ປະທານາທິບໍດີອາເມລິກາໃຫ້ຄຳໝັ້ນສັນຍາຜ່ອນຄາຍຄຳສັ່ງຂວ້ຳບາດກູບາ

ປະທານາທິບໍດີອາເມລິກາໃຫ້ຄຳໝັ້ນສັນຍາຜ່ອນຄາຍຄຳສັ່ງຂວ້ຳບາດກູບາ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama
(ພາບ: baotintuc.vn)

(vovworld) - ກ່າວ​ຄຳ​ເຫັ​ນ​ທີ່​ການ​ປະ​ຊຸມ​ຂ່າວ​ສຸດ​ທ້າຍ​ຂອງ​ປີ 2014, ວັນ​ທີ 19/12, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ຖະ​ແຫຼງ​ຈະ​ປຶກ​ສາ​ຫາ​ລື​ກັບ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ເລື່ອງ​​ຜ່ອນ​ຄາຍ​ບັນ​ດາ​ຄຳ​ສັ່ງ​ຂວ້ຳ​ບາດ​ເຊິ່ງ ອາ​ເມ​ລິ​ກາ ໄດ້​ຈັດ​ວາງ​ກັບ ກູ​ບາ ເຖິງວ່າ​ວິ​ວັດ​ການນີ້​ຈະ​ເສຍ​ເວ​ລາຫຼາຍ​ຈຶ່ງ​ບັນ​ລຸ​​ໄດ້ໝາກ​ຜົນ​ກໍ່​ຕາມ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ຖື​ວ່າ: ສະ​ພາ​ແຫ່ງ​ຊາດ​​ອາ​ເມ​ລິ​ກາ ຈະຕ້ອງ​ມີ​ເວ​ລາ​ເພື່ອຄິດ​ໄລ່​ຊັ່ງ​ຊາ​​ເຖິງບັນ​ຫານີ້. ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ຫວັງ​ວ່າ ກູ​ບາ ຈະ​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ​ພາຍຫຼັງ 2 ປະ​ເທດ​​ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ການ​ປ່ຽນ​ແປງນີ້​ຈະ​ ດຳ​ເນີນ​ໄປຢ່າງ​ຊັກຊ້າ ແລະ ຕາມ​ວິ​ວັດ​ທ​ະ​ນາ​ການ​ຫ​າກບໍ່​ແມ່ນ​ດຳ​ເນີນ​ໄປ​ຢ່າງ​ຟ້າ​ວ​ຝັງ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ປະ​ຕິ​ເສດ​ຄວາມ​ສາ​ມາດ​​ດຳ​ເນີນ​ການ​ຢ້ຽມ​ຢາມ ເຊິ່ງ​ກັນ​ແລະ​ກັນ​ຂອງ​ການ​ນຳ 2 ປະ​ເທດ ໂດຍ​ໄວ, ຖື​ວ່າ “ນັ້ນ​ແມ່ນ​ວຽກ​ງານ​ໃນ​ອະ​ນາ​ຄົດ”.

 


ຂ່າວ/ບົດ​ອື່ນ