ປະທານາທິບໍດີອາເມລິກາໃຫ້ສັດຕະຍາບັນຂໍ້ຕົກລົງນິວເຄຼຍພົນລະເຮືອນກັບຫວຽດນາມ

ປະທານາທິບໍດີອາເມລິກາໃຫ້ສັດຕະຍາບັນຂໍ້ຕົກລົງນິວເຄຼຍພົນລະເຮືອນກັບຫວຽດນາມ - ảnh 1
ຜູ້ອຳນວຍການໃຫຍ່ອົງການ IAEA ທ່ານ Yukiya Amano ຢ້ຽມຢາມໂຮງໝໍ ແບກມາຍ ເມື່ອເດືອນ 1/2014
(ພາບ: Lâm Khánh/TTXVN)

(​vovworld) – ຕອນ​ເຊົ້າ​ວັນ​ທີ 25/2 (ຕາມ​​ເວລາ ຫວຽດນາມ), ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ໃຫ້​ສັດຕະຍາບັນ​ຂໍ້​ຕົກລົງ​ນິວ​ເຄຼຍພົນລະ​ເຮືອນ​ກັບ ຫວຽດນາມ ຫຼື ​ເອີ້ນ​ວ່າ “ສັນ​ຍາ 123”, ​ເປີດ​ຊ່ອງ​ທາງ​ໃຫ້​ບັນດາ​ບໍລິສັດ ອາ​ເມ​ລິ​ກາ ຂາຍ​ເຕົາ​ປະຕິ​ກອນ​ນິວ​ເຄຼຍ ​ໃຫ້ ຫວຽດນາມ. ຕາມ​ຂໍ້​ຕົກລົງ​ແລ້ວ, ຫວຽດນາມ ​ໃຫ້ຄຳ​ໝັ້ນ​ສັນຍາ​ບໍ່​ຜະລິດ​ບັນດາພາກສ່ວນ​ກຳ​ມັນ​ຕະພາບ​ລັງສີ​ຮັບ​ໃຊ້​ໃຫ້ການ​ຜະລິດ​ບັນດາ​ອາວຸດ​ນິວ​ເຄຼຍ ​ແລະ ​ລົງ​ນາມ​ບັນດາ​ມາດ​ຕະຖານ​ບໍ່​ແຜ່​ຂະຫຍາຍ​ນິຍ​ເຄຼຍກັບ ອາ​ເມ​ລິ​ກາ. ​ໃນ​ບົດ​ບັດ​ທຶກ​ຊ່ວຍ​ຈຳ​ຝາກ​ເຖິງ​ກະຊວງ​ພະລັງງານ ອາ​ເມ​ລິ​ກາ, ທ່ານ​ປະທານາທິບໍດີ Obama ​ໃຫ້​ຮູ້​ວ່າ ຂໍ້​ຕົກລົງ​ດັ່ງກ່າວພຽງ​ແຕ່​ມີ​ລັກສະນະຊຸກຍູ້​ເທົ່າ​ນັ້ນ​ຫາກ​ບໍ່​ສົ່ງ​ຜົນ​ຮ້າ​ຍ​ເຖິງ​ບັນດາ​ບັນຫາ​ລວມກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ ​ແລ​ະ ປ້ອງ​ກັນ​ຄວາມ​ສະຫງົບ.

    ກ່ອນ​ໜ້າ​ນັ້ນ, ທີ່​ພິທີ​ລົງ​ນາມ​ເຊິ່ງຈັດ​ຂຶ້ນ​ໃນ​ເດືອນ 10/2013 ຢູ່​ນອກ​ກອງ​ປະຊຸມ​ສຸດຍອດອາຊີ​ຕາ​ເວັນ​ອອກ ທີ່​ບຣຸ​ໄນ, ຫວຽດນາມ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ບໍ່​ເສີມ​ທາ​ດ ຢູນຽມ - ​ເຊິ່ງ​ແມ່ນ​ບັນດາ​ບາດກ້າວ​ສຳຄັນ​ໃນ​ການ​ຜະລິດ​ອາວຸດ ນິວ​ເຄຼຍ. ຕາມ​ຂໍ້ກຳນົດ​ນີ້, ຂໍ້​ຕົກລົງ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ພິຈາລະນາ​ຈາກ​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ໃນ​ຮ​ອບ​ເວລາ 90 ວັນ​ນັບ​ແຕ່​ວັນ​​ປະທານາທິບໍດີ ​ໃຫ້​ສັດຕະຍາບັນ ​ແລະ ຈະ​​ເລີ່​ມມີ​ຜົນສັດ​ສິດ​ຢ່າງ​ເປັນ​ທາງ​ການ​ຖ້າ​ຫາກ​ບໍ່​ມີ​ຮ່າງ​ກົດໝາຍ​ຄັດ​ຄ້ານ​ໃດໆ. ຕາມ​ບັນດາ​ນັກ​ຊ່ຽວຊານ​ແລ້ວ, ຕະຫຼາດ​ໄຟຟ້າ​ນິວ​ເຄຼຍ ຫວຽດນາມ ຍື່ນ​ອັນ​ດັບ 2 ຢູ່​ອາຊີ​ຕາ​ເວັນ​ອອກ ​ເທົ່າ​ນັ້ນ, ຖັດຈາກ ຈີນ ​ແລະ ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ​ຈະ​ເພີ່ມ​ຂຶ້ນ 50 ຕື້ USD ​ໃນ 2 ທົດ​ສະ​ວັດ​ຈະ​ມາ​ເຖິງ. ຫວຽດນາມ ຫວັງ​ວ່າ ພະລັງງານ​ນິວ​ເຄຼຍ ຈະ​ຕອບ​ສະໜອງ 10% ຄວາມ​ຕ້ອງການ​ຜະລິດ​ໄຟຟ້າ​ພາຍ​ໃນປະ​ເທດ​ໃນ​ປີ 2030.

 

 


ຂ່າວ/ບົດ​ອື່ນ