ປະທານາທິບໍດີອາເມລິກາໄດ້ຢັບຢັ້ງຮ່າງກົດໝາຍຍົກເລີກObamaCare

ປະທານາທິບໍດີອາເມລິກາໄດ້ຢັບຢັ້ງຮ່າງກົດໝາຍຍົກເລີກObamaCare - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama
ພາບ:tinmoi.vn

 (vovworld)- ວັນ​ທີ 8/1, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ໄດ້​ຢັບ​ຢັ້ງ​ຮ່າງ​ກົດ​ໝາຍ​ສະ​ບັບ​ຫນຶ່ງ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ເລື່ອງ​ຍົກ​ເລີກ ລາຍ​ການ​ເບິ່ງ​ແຍງ​ດູ​ແລ​ສາ​ທາ​ລະ​ນະ​ສຸກ​ດ້ວຍລາ​ຄາ​ຖືກ (ACA ຫລື​ເອີ້ນ​ວ່າ ObamaCare) ໄດ້​ຢືນ​ຢັນ: ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້ ຈະ​ເຮັດ​ໃຫ້​ບັນ​ດາ​ຄວາມ​ຄືບ​ຫນ້າ​ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້​​ໃນ​ການ​ເບິ່ງ​ແຍງ​ສຸ​ຂະ​ພາບ​ໃຫ້​ປະ​ຊາ​ຊົນ ອາ​ເມ​ລີ​ກາ ຖືກຕ່າວ​ປີ້ນ. ໃນ​ສານ​ສົ່​ງ​ເຖິງ​ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ຄຳ​ຕັດ​ສິນ​ຂອງ​ຕົນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ໄດ້​ປະ​ຕິ​ເສດ​ຂໍ້​ອ້າງ​ເຫດ​ຜົນ​ຂອງ​ຝ່າຍ​ຕຳ​ຫນິ​ຕິ​ຕ​ຽນ ແລະ ເນັ້ນ​ຫນັກ​ວ່າ ກົດ​ໝາຍ ObamaCare ນຳ​ມາ​ເຊິ່ງ​ບັນ​ດາ​ຫລັກ​ການ​ຍຸ​ຕິ​ທຳ​ກວ່າ ແລະ ຮັກ​ສາ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ຊື້​ປະ​ກັນ​ສ​ຸ​ຂະ​ພາບ​ຫລາຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ