ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຂອງ ອິນ​ໂດ​ເນ​ເຊຍ ຮັບ​ປະ​ກັນ​ຈຳ​ນວນ​ທີ່​ນັ່​ງ​ສ່ວນຫຼາຍຢູ່​ສະ​ພາ​ຕ່ຳ

(VOVWORLD) - ທ່ານ Prabowo Subianto ປະທານາທິບໍດີໄດ້ຮັບການເລືອກຕັ້ງ ໄດ້ຊົມເຊີຍເລື່ອງ NasDem ເຂົ້າຮ່ວມສະຫະພັນ ອິນໂດເນເຊຍ ກ້າວໜ້າ (KIM).
ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຂອງ ອິນ​ໂດ​ເນ​ເຊຍ ຮັບ​ປະ​ກັນ​ຈຳ​ນວນ​ທີ່​ນັ່​ງ​ສ່ວນຫຼາຍຢູ່​ສະ​ພາ​ຕ່ຳ - ảnh 1

(ພາບ: Antara)

     ທ່ານ Prabowo Subianto ປະທານາທິບໍດີໄດ້ຮັບການເລືອກຕັ້ງຂອງ ອິນໂດເນເຊຍ ຍາດໄດ້ຈຳນວນທີ່ນັ່ງສ່ວນຫຼາຍ ທີ່ສະພາຜູ້ຕາງໜ້າ ປຊຊ ອິນໂດເນເຊຍ (ສະພາຕ່ຳ) ຖັດຈາກພັກ Nasdem, ກວມເອົາປະມານເກືອບ 10% ຈຳນວນທີ່ນັ່ງຢູ່ສະພາຕ່ຳ ໄດ້ປະກາດຈະເຂົ້າຮ່ວມສະຫະພັນໃຫ່ຍຂອງທ່ານ Prabowo.

   ກ່າວຄຳເຫັນພາຍຫຼັງການພົບປະກັບທ່ານປະທານພັກ Nasdem ເມື່ອວັນທີ 15 ສິງຫາ, ທ່ານ Prabowo Subianto ປະທານາທິບໍດີໄດ້ຮັບການເລືອກຕັ້ງ ໄດ້ຊົມເຊີຍເລື່ອງ NasDem ເຂົ້າຮ່ວມສະຫະພັນ ອິນໂດເນເຊຍ ກ້າວໜ້າ (KIM),  ທ່ານຢັ້ງຢືນວ່າ ບັນດາຝ່າຍຮ່ວມມືເພື່ອປະເຊີນໜ້າກັບບັນດາສິ່ງທ້າທາຍໃນອະນາຄົດ ແລະ ສາມັກຄີກັນ ແມ່ນຂໍ້ກຸນແຈແຫ່ງຜົນສຳເລັດຂອງປະເທດໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ