ປະ​ທາ​ນາ​ທະ​ບໍ​ດີ​ ອາ​ເມ​ລິ​ກາ​ສະ​ເໜີ​ ຊຸກ​ຍູ້​ການ ​ພົບ​ປະເຈ​ລະ​ຈາ ກັບ ລັດ​ເຊຍ

(VOVWORLD) - ທ່ານປະທານາທິບໍດີ Vladimir Putin, ແຕ່ດົນນານມາແລ້ວ, ການນຳລັດເຊຍໄດ້ປາດຖະໜາຢາກມຸ່ງໄປສູ່ການຫັນການພົວພັນກັບອາເມລິກາເປັນປົກກະຕິ.
ປະ​ທາ​ນາ​ທະ​ບໍ​ດີ​ ອາ​ເມ​ລິ​ກາ​ສະ​ເໜີ​ ຊຸກ​ຍູ້​ການ ​ພົບ​ປະເຈ​ລະ​ຈາ ກັບ ລັດ​ເຊຍ - ảnh 1ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ (ພາບ: AFP/TTXVN) 

        ວັນທີ 30 ມິຖຸນາ, ສຳນັກຂ່າວສານ Interfax ຂອງ ລັດເຊຍ ໄດ້ຄັດສະເໜີຄຳເວົ້າຂອງທ່ານ Dimitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ: ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ສະເໜີຊຸກຍູ້ການ ພົບປະເຈລະຈາ ກັບ ຄູ່ຕຳແໜ່ງ ລັດເຊຍ ທ່ານ Vladimir Putin ເມື່ອການນຳສອງທ່ານພົບປະກັນຢູ່ນອກກອງປະຊຸມ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ເຊິ່ງໄດ້ດຳເນີນຢູ່ ນະຄອນ Osaka, ປະເທດ ຍີ່ປຸ່ນ.

        ຕານເຈົ້າໜ້າທີ່ ວັງ Kremlin, ໃນການພົບປະກັນເມື່ອວັນທີ 28 ມິຖຸນາ, ທ່ານປະທານາທິບໍດີ Donald Trump ໄດ້ສະແດງຄວາມພ້ອມທີ່ຈະເລີ່ມຕົ້ນການພົບປະເຈລະຈາກັບ ລັດເຊຍກ່ຽວກັບສະຖຽນລະພາບທາງດ້ານຍຸດທະສາ ແລະ ຫຼຸດຜ່ອນກຳລັງທັບ. ໃນຂະນະນັ້ນ, ສຳລັບທ່ານປະທານາທິບໍດີ Vladimir Putin, ແຕ່ດົນນານມາແລ້ວ, ການນຳລັດເຊຍໄດ້ປາດຖະໜາຢາກມຸ່ງໄປສູ່ການຫັນການພົວພັນກັບອາເມລິກາເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ