ປະທານາບໍດໍດີຊີຣີ ກ່າວເຕືອນໄພເກີດ ສົງຄາມພາກພື້ນ

ປະທານາບໍດໍດີຊີຣີ ກ່າວເຕືອນໄພເກີດ ສົງຄາມພາກພື້ນ - ảnh 1 

(ພາບ:danviet.vn)

(vovworld)-​​​​ ວັນ​ທີ 2/9,​ເມື່ອ​ຕອບ​ສຳພາດ​ນັດ​ຂ່າວໜັງສືພິມ Le Figaro ປະ​ເທດ​ຝະລັ່ງ, ​ປະທານາທິບໍດີຊີຣີ Bashar al Assad ກ່າວ​ເຕືອນ​ວ່າ: ບັ້ນຮົບການ​ທະຫານຂອງ​ຝ່າຍ​ຕາ​ເວັນ​ຕົກ​ຕ້ານ​ຊີຣີ ອາດ​ຈະ​ກໍ່​ໃຫ້​ເກີດ “ສົງຄາມ​ພາກ​ພື້ນ“ ຢູ່​ຕາ​ເວັນ​ອອກ​ກາງ. ທ່ານ​ຖື​ວ່າ: ຝະລັງ​ຈະ​ປະ​ເຊີນ​ໜ້າ​ກັບ​ບັນດາ​ຜົນ​ຮ້າຍ​ຢ້ອນ​ຫຼັງ ຖ້າ​ຫາກ​ເຂົ້າຮ່ວມ​ບັນດາ​ແຜນການ​ບຸກ​ໂຈມ​ຕີ​ດ້ານ​ການ​ທະຫານ​ໂດຍ​ອາ​ເມ​ລິ​ກາ ​ນຳ​ໜ້າ​ຕ້ານ​ຊີຣີ ດ້ວຍ​ຄຳ​ກ່າວ​ຫາ​ອຳນາດ​ການ​ປົກຄອງ Damacus ນຳ​ໃຊ້​ອາວຸດ​ເຄມີ​ຊື່​ງ​ເຮັດ​ໃຫ້​ ປຊຊ ນັບ​ຮ້ອຍ​ຄົນ​ເສຍ​ຊີວິດ​​ເມື່ອ​ເດືອນ​ກ່ອນ.

  ​ໃນ​ສະພາບ​ການ​ທີ່​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​ພວມ​ຊັ່ງຊາ​ການ​ກະທຳ​ດ້ານ​ການ​ທະຫານຕໍ່​ຊີຣີ, ອີຣານ ສື​ບຕໍ່ສະ​ແດງ​ໃຫ້​ເຫັນ​ທັດສະນະ​ຄັດຄ້ານ​ການ​ກະທຳ​ນີ້ ​ແລະ ຖື​ວ່າ: ບໍ່​ວ່າການ​ແຊກ​ແຊງດ້ານ​ການ​ທະຫານ​ໃດ​ໆ​ຈາກ​ພາຍ​ນອກ​ເຂົ້າຊີຣີ ​ຈະ​ກໍ່​ໃຫ້​ເກີດ​ສະພາບ​ສັບສົນ ​ແລະ ຂາດ​ຄວາມ​ສະຫງົບ​ປອດ​ໄພ​ທີ່​ແກ່ຍາວ​ໃນ​ທົ່ວ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ.

 

ຂ່າວ/ບົດ​ອື່ນ