ປະ​ທາ​ນາ​ບິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ຍອມ​ຮັບ​ບໍ່​ສະ​ແດງ​ເປັນ​ຢ່າງ​ດີ ໃນ​ການ​ໂຕ້​ວາ​ທີ​ຄັ້ງ​ທຳ​ອິດ

(VOVWORLD) - ບັ້ນຫາສຽງເລືອກຕັ້ງຂອງທ່ານ Biden ປະກອບໄດ້ຈຳນວນເງິນ 14 ລ້ານ USD ພາຍຫຼັງ 1 ວັນຈັດການໂຕ້ວາທີ.
ປະ​ທາ​ນາ​ບິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ຍອມ​ຮັບ​ບໍ່​ສະ​ແດງ​ເປັນ​ຢ່າງ​ດີ ໃນ​ການ​ໂຕ້​ວາ​ທີ​ຄັ້ງ​ທຳ​ອິດ - ảnh 1

ປະທານາບິບໍດີ Joe Biden ໃນການໂຕ້ວາທີ່ເມື່ອວັນທີ 28/6 (ພາບ: Reuters)

   ໃນເວລາ 21 ໂມງຂອງວັນທີ 27 ມິຖຸນາ ຕາມເວລາທ້ອງຖິ່ນ, ຢູ່ Atlanta (Georgia), ປະທານາບິບໍດີ ອາເມລິກາ ຄົນປະຈຸບັນ Joe Biden ແລະ ອະດີດປະທານາທິບໍດີ Donald Trump ໄດ້ດຳເນີນການໂຕ້ວາທີໂດຍກົງຄັ້ງອຳທິດ ໃນການເລືອກຕັ້ງປະທານາທິບໍດີປີ 2024 ຢູ່ສຳນັກງານ CNN. ກ່າວຄຳເຫັນກັບບັນດາຜູ້ສະໜັບສະໜູນຢູ່ລັດ Carolina ເໜືອໃນວັນທີ 28 ມິຖຸນາ  ປະທານາບິບໍດີ ອາເມລິກາ Joe Biden ຍອມຮັບວ່າບໍ່ສະແດງເປັນຢ່າງດີ ໃນການໂຕ້ວາທີຄັ້ງທຳອິດກັບຄູ່ແຂ່ງ Donald Trump ແລະ ຢືນຢັນວ່າ ທ່ານຈະເອົາຊະນະຕໍ່ຄູ່ແຂ່ງ Donald Trump ໃນການເລືອກຄັ້ງຈັດຂຶ້ນໃນເດືອນພະຈິກທີ່ຈະມາເຖິງ ແລະ ບໍ່ມີສັນຍານວ່າ ທ່ານຈະຖອນຕົວອອກຈາກການແຂ່ງຂັນເຂົ້າທຳນຽບຂາວ.

     ເຖິງວ່າບໍ່ໄດ້ສະແດງເປັນຢ່າງດີກໍ່ຕາມ, ແຕ່ບັ້ນຫາສຽງເລືອກຕັ້ງຂອງທ່ານ Biden ກໍ່ຍັງປະກອບໄດ້ຈຳນວນເງິນ 14 ລ້ານ USD ພາຍຫຼັງ 1 ວັນຈັດການໂຕ້ວາທີ. ໃນຂະນະທີ່ຝ່າຍຂອງຄູ່ແຂ່ງ Donald Trump ໃຫ້ຮູ້ວ່າປະກອບໄດ້ຈຳນວນເງິນ 8 ລ້ານ USD ໃນການໂຕ້ວາທີຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ