ປະທານເຈືອງເຕິນຊາງ ປະດັບຫຼຽນໄຊໂຮ່ຈິມິນ ໃຫ້ແກ່ສະຖາບັນ ການປົກຄອງແຫ່ງຊາດ


ປະທານເຈືອງເຕິນຊາງ ປະດັບຫຼຽນໄຊໂຮ່ຈິມິນ ໃຫ້ແກ່ສະຖາບັນ ການປົກຄອງແຫ່ງຊາດ - ảnh 1

(ພາບ: http://hanoimoi.com.vn)

 (vovworld)-  ຕອນ​ເຊົ້າວັນ​ທີ 29/5, ​ເຂົ້າຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງວັນ​ມູນ​ເຊື້ອສະ​ຖາ​ບັນ​ການ​ປົກຄອງ​ແຫ່ງ​ຊາດ, ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ຮຽກຮ້ອງ​ສະ​ຖາ​ບັນຈົ່ງ​ສືບ​ຕໍ່​ສຸມ​ໃສ່​ການ​ປ່ຽນ​ໃໝ່​ເນື້ອ​ໃນ, ​ໂຄງການ, ວິທີ​ການ​ສອນ ​ແລະ ຮຽນ, ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ​ພະນັກງານ, ລັດຖະກອນ​ຢ່າງຮອບດ້ານ. ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ປາດ​ຖະໜາ​ວ່າ, ສະ​ຖາ​ບັນ​ການ​ປົກຄອງ​ແຫ່ງ​ຊາດ ຈະ​ສືບ​ຕໍ່ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ຄົ້ນຄ້ວາ​ວິທະຍາສາດ, ສະຫລຸບ​ຕົວ​ຈິງ​ກ່ຽວ​ກັບ​ການ​ປະຕິ​ຮູບ​ພື້ນຖານ​ບໍລິຫານ, ສ້າງ​ຖັນ​ແຖວ​ພະນັກງານ, ລັດຖະກອນ, ຮັບ​​ ແລະ​ ມີການ​ເລືອກ​ເຟັ້ນບົດຮຽນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ​ເພື່ອ​ສະໜອງ​ບັນດາ​ຂໍ້​ອ້າງອີງ​ວິທະຍາສາດ​ໃຫ້​ແກ່​ການວາງ​ແຜນ​ກຳນົດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ, ພ້ອມ​ທັງ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ຂອງ​ຖັນ​ແຖວພະນັກງານ​ຄົ້ນຄ້ວາ, ສິດສອນ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ​ພະນັກງານ, ລັດຖະກອນ​ຂອງ​ສະ​ຖາ​ບັນ.

   ນະ​ພິທີ, ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້​ປະດັບ​ຫຼຽນ​ໄຊ​ໂຮ່ຈິ​ມິນ​ໃຫ້​ແກ່​ສະ​ຖາ​ບັນ​ການ​ປົກຄອງ​ແຫ່ງ​ຊາດ ​ແລະ ຫຼຽນ​ໄຊ​ເອກະລາດ​ຊັ້ນ 3 ​ໃຫ້​ແກ່​ທ່ານ​ຫງວຽນ​ດັງ​ແທ່ງ, ຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ, ຜູ້ອຳນວຍການ ສະ​ຖາ​ບັນ​ການ​ປົກຄອງ​ແຫ່ງ​ຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ