ປະທານເຈືອງເຕີນຊາງ ຢ້ຽມຢາມ ແລະ ເຮັດວຽກຢູ່ລາຍເຈົາ

ປະທານເຈືອງເຕີນຊາງ ຢ້ຽມຢາມ ແລະ ເຮັດວຽກຢູ່ລາຍເຈົາ - ảnh 1

ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ເຂົ້າຮ່ວມ

ພິທີ​ເປີດ​ສະຫຼອງ​ເຂດ​ອະນຸສອນ​ສະຖານ-​ໂຮງຮຽນ​ປະຖົມ​ຫງວຽນ​ຫຶ໋ວທໍ້

(ພາບ:ຂ່າວສານ​ຫວຽດນາມ)

(VOV)-  ວັນທີ 8/12, ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ປະຕິບັດ​ງານ​ສູນ​ກາງ​ໄດ້​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ລາຍ​ເຈົາ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ​ສະຫຼອງ​ເຂດ​ອະນຸສອນ​ສະຖານ-​ໂຮງຮຽນ​ປະຖົມ​ຫງວຽນ​ຫຶ໋ວທໍ້ ຢູ່​ຕາ​ແສງ​ເມືອງ​ແຕ, ​ເມືອງ​ເມືອງ​ແຕ ຊື່​ງ​ແມ່ນ​ແຫ່ງ​ທີ່​ທະນາຍຄວາມ, ປະທານ​ແນວ​ໂຮມ​ປົດ​ປ່ອຍ​ຊາດ​ພາກ​ໃຕ້​ຫວຽດນາມ, ນັກ​ປັນຍາ​ຊົນ​ຜູ້​ຮັກ​ຊາດ, ນັກ​ເຄື່ອນ​ໄຫວ​ການ​ເມືອງ ​ແລະ ສັງຄົມຫງວຽນ​ຫຶ໋ວທໍ້  ​ເຄີຍ​ເຄື​ອ່ນ​ໄຫວ​ປະຕິວັດ, ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ເນັ້ນໜັກ​ວ່າ: ​ການເປີດ​ສະຫຼອງ​ເຂດ​ອະນຸສອນ​ສະຖານ-​ໂຮງຮຽນ​ປະຖົມ​ຫງວຽນ​ຫຶ໋ວທໍ້ ​ໄດ້​ສະ​ແດງ​​ໃຫ້​ເຫັນ​ຄວາມ​ຮູ້​ບຸນຄຸນ ​ແລະ ​ເຄົາລົບ​ນັບຖື​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ຜູ້​ມີ​ບຸກຄະລິກກະພາບ, ນັກ​ປະຕິວັດຫງວຽນ​ຫຶ໋ວທໍ້:

   “ຊີວິດ​ຂອງ​ທະນາຍຄວາມ​ຫງວຽນ​ຫຶ໋ວທໍ້  ​ແມ່ນ​ແບບຢ່າງ​ດີ​ເດັ່ນ, ທ່ານ​ໄດ້​ທຳ​ການຕໍ່ສູ້​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມືອ​ຍ ​ແລະ ອຸທິດ​ສ່ວນ​ຊີວິດ​ຂອງ​ຕົນ​ໃຫ້​ແກ່​ພາລະກິດ​ສ້າງ​ຄວາມ​ເປັນເອກະລາດ​ແຫ່ງ​ຊາດ ​ແລະ ລັດທິ​ສັງຄົມ​ນິຍົມ. ການ​ກໍ່ສ້າງ​ກິດຈະກຳເຂດ​ອະນຸສອນ​ສະຖານ-​ໂຮງຮຽນ​ປະຖົມ​ຫງວຽນ​ຫຶ໋ວທໍ້ ​ແມ່ນ​ມີ​ຄວາມ​ໝາຍ​ມີ່​ສຸດ, ​ແມ່ນ​ການ​ສຶກສາ​ອົນ​ຮົມ​ມູນ​ເຊື້ອ​ຮັກ​ຊາດ, ​ເຈດ​ຈຳນົງ​ປະຕິວັດ​ໃຫ້​ແກ່​ລຸ້ນຫຼັງ“

 

 

 

 

ຂ່າວ/ບົດ​ອື່ນ