ປະທານແນວລາວສ້າງຊາດໂອ້ລົມກັບພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ ລາວ

(VOVWORLD) - ຕອນບ່າຍວັນທີ 07 ກໍລະກົດ, ທີ່ສຳນັກງານສະມາຄົມໃຫຍ່ຊາວ ຫວຽດນາມ ອາໄສຢູ່ ລາວ ທີ່ນະຄອນຫລວງ ວຽງຈັນ, ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດ ລາວ, ປະທານແນວລາວສ້າງຊາດ, ມີການພົບປະໂອ້ລົມກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ລາວ
ປະທານແນວລາວສ້າງຊາດໂອ້ລົມກັບພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ ລາວ - ảnh 1 ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດ ລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ - ລາວ ຄົບຮອບ 40 ປີ. ທ່ານ ໄຊສົມພອນ ພົມວິຫານ ປະທານແນວລາວສ້າງຊາດເນັ້ນໜັກວ່າ: ຫວຽດນາມ ແລະ ລາວ ແມ່ນ 2 ປະເທດບ້ານໃກ້ເຮືອນຄຽງຮັກແພງກັນ, ມີການພົວພັນມິດຕິພາບສະໜິດຕິດພັນ, ໝັ້ນຄົງຍາວນານ. ການພົວພັນສະໜິດຕິດພັນນີ້ໄດ້ພັດທະນາໃນຕະຫລອດ 80 ກ່ວາປີແຫ່ງການ ດຳ ເນີນພາລະກິດປະຕິວັດສະຫງ່າລາສີ ໃນການຕ້ານສັດຕູໂຕດຽວ, ຍາດເອົາເອກະລາດ, ຄວາມເສລີພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ; ການພົວພັນເປັນແບບຢ່າງ, ສັດຊື່ບໍ່ລິສຸດທີ່ຫາຍາກໃນການພົວພັນສາກົນ ແລະ ເປັນຊັບສົມບັດລວມອັນລ້ຳຄ່າຂອງທັງ 2 ຊາດ. ທ່ານ ໄຊສົມພອນ ພົມວິຫານ ປະທານແນວລາວສ້າງຊາດ ສະແດງຄວາມຂອບໃຈເຖິງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ລາວ ຍາມໃດກໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອການປະຕິວັດ ລາວ ແລະ ເຊື່ອໝັ້ນວ່າ ພໍ່ແມ່ປະຊາຊົນ ຈະສືບຕໍ່ສະໜັບສະໜູນພາລະກິດປະຕິວັດຂອງແນວລາວສ້າງຊາດໃຫ້ນັບມື້ນັບພັດທະນາ.

ປະທານແນວລາວສ້າງຊາດໂອ້ລົມກັບພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ ລາວ - ảnh 2ປະທານແນວລາວສ້າງຊາດໂອ້ລົມກັບພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ ລາວ 

ຕອບກັບ

ຂ່າວ/ບົດ​ອື່ນ