ປະທານແນວໂຮມປະເທດຊາດ ຫວຽດນາມ ອວຍພອນບຸນປີໃໝ່ Chol Chnam Thmay

ປະທານແນວໂຮມປະເທດຊາດ ຫວຽດນາມ ອວຍພອນບຸນປີໃໝ່ Chol Chnam Thmay - ảnh 1
ບຸນປີ​ໃໝ່ Chol Chnam Thmay ຂອງ​ຊາວເຜົ່າຂະ​​​ແມ
( ພາບ: vietnamplus.vn )


( vovworld ) – ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ Chol Chnam Thmay ຂອງ​ຊາວເຜົ່າຂະ​​ເມ, ​ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ Huynh Dam ​ໄດ້​ຝາກ​ຈົດໝາຍ​ອວຍພອນ​ເຖິງ​ບັນດາ​ນັກບວດ, ຄູບາ​ອາຈານ ພ້ອມ​ກັບ​ຊາວ​ເຜົ່າ​ຂະ​​ແມ ທຸກ​ຄົນ. ຈົດໝາຍ​ມີ​ຕອນ​ວ່າ, ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ Chol Chnam Thmay, ຕາງໜ້າ​ໃຫ້ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຂ້າພະ​ເຂົ້າ​ຂໍ້​ສົ່ງ​ພວນ​ໄຊ​ອັນ​ປະ​ເສີດ​ທີ່​ສຸດ​ເຖິງ​ບັນດາ​ນັກບວດ, ຄູບາ​ອາຈານ ພ້ອມ​ກັບ​ຊາວ​ເຜົ່າຂະ​​ແມ. ອວຍ​ພ້ອນຊາວ​ເຜົ່າ​ຂະ​​ແມ​ ຕ້ອນຮັບ​ບຸນ​ປີ​ໃໝ່ຢ່າງ​ເບີກບານ​ໃຫ້​ມ່ວນ​ຊື່ນ ​ແລະ ມີ​ຄວາມ​ຜາ​ສຸກ. ຂ້າພະ​ເຈົ້າ​ໄດ້​ເຊື່ອໝັ້ນ​ວ່າ ບັນດາ​ນັກບວດ, ຄູບາ​ອາຈານ ພ້ອມ​ກັບຊາວເຜົ່າ​ຂະ​​ແມ​ ທຸກ​ຄົນສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ, ຮັກສາ​ດ, ຮໍ່າຮຽນ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ ​ໂຮ່ຈິ​ມິນ, ປະກອບສ່ວນ​​ເພີ່ມ​ທະວີ​ກຸ່ມ​ກ້ອນມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະຊາຊົນ​ທົ່ວ​ປະ​ເທດ​ປະຕິບັດ​ບັນດາ​ໜ້າ​ທີ່​ເສດ​ຖະກິດ​ສັງຄົມ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຢ່າງ​ມີ​ໄຊ​ປີ 2012, ນຳ​ມະຕິ​ກອງ​ປະຊຸມ​ໃຫຍ່​ຊຸດ​ທີ 11 ຂອງ​ພັກ​ເຂົ້າສູ່ຊີວິດ, ​ເພື່ອ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸດຕິ​ທຳ ​ແລະ ສີວິ​ໄລ.
ຂ່າວ/ບົດ​ອື່ນ