ປະທານແນວໂຮມປະເທດຊາດຫວຽດນາມຕ້ອນຮັບທ່ານພະຄາດິນັນCardinalMarx

ປະທານແນວໂຮມປະເທດຊາດຫວຽດນາມຕ້ອນຮັບທ່ານພະຄາດິນັນCardinalMarx - ảnh 1
(ທ່ານ ຫງວຽນ​ທ້ຽນ​ເຍີນຕ້ອນຮັບ​ພະ​ຄາ​ດິນັນ Cardinal Marx)

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 11/01 ທີ່​ການ​ຕ້ອນຮັບ​ພະ​ຄາ​ດິນັນ Cardinal Marx, ປະທານ​ສະພາ​ສັງຄະ​ລາດ ສາທາລະນະ​ລັດ ສະຫະພັນ ​ເຢຍລະ​ມັນ ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳ​ມະ​ການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຢືນຢັນ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ​ໂບດ ວາ​ຕິ​ກັງ ມີ​ບາດກ້າວ​ຕັ້ງໜ້າ, ພິ​ເສດ​ແມ່ນ​ໃນ​ບັນດາ​ການ​ຢ້ຽມຢາມ​​ໂບດ ວາ​ຕິ​ກັງ ຂອງການ​ນຳ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ການພົບ​ປະ​ກັບສັນຕະປາປາ. ທ່ານ ຫງວຽນ​ທ້ຽນ​ເຍີນ ປາດ​ຖະໜາ​ວ່າ: ພາຍຫລັງ​ການ​ຢ້ຽມ​ຢາມ ຫວຽດນາມ ຄັ້ງ​ນີ້ ຂອງພະ​ຄາ​ດິນັນ Cardinal Marx ຈະ​ມີທັດສະນະ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ​ເຢຍລະ​ມັນ, ກໍ​ຄື​​ໂບດ ວາ​ຕິ​ກັງ ກ່ວາ​ອີກ.

        ສ່ວນ​ພະ​ຄາ​ດິນັນ Cardinal Marx ກໍ່ຫວັງ​ວ່າ: ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ດ້ວຍ​ບົດບາດ, ທີ່​ຕັ້ງ​ຂອງ​ຕົນ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ພັດທະນາ​ຂອງ​ຄອບຄົວຊາວ​ຄຼິດ ຫວຽດນາມ, ສືບ​ຕໍ່​ສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ກ່ວາ​ອີກ ​ເພື່ອ​​ໃຫ້ຊາວ​ຄຼິດ ຫວຽດນາມ ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວກຸສົນ​, ມະນຸດສະທຳ.

ຂ່າວ/ບົດ​ອື່ນ