ປະທານແນວໂຮມປະເທດຊາດຫວຽດນາມອວຍພອນ70ປີແຫ່ງວັນສ້າງຕັ້ງສະພາກາແດງຫວຽດນາມ

ປະທານແນວໂຮມປະເທດຊາດຫວຽດນາມອວຍພອນ70ປີແຫ່ງວັນສ້າງຕັ້ງສະພາກາແດງຫວຽດນາມ - ảnh 1
ທ່ານ​ ຫງວຽນ​ທ້ຽນ​ເຍີນ ​ໄດ​້ລົງ​ຢ້ຽມຢາມ ​
ແລະ ອວຍພອນ​ສະພາກາ​ແດງ ຫວຽດນາມ
(ພາບ: daidoanket.vn)

(vovworld) - ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະພາກາ​ແດງ ຫວຽດນາມ (23/11/1946 – 23/11/2016). ຕອນ​ເຊົ້າ​ວັນ​ທີ 23/11 ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ​້ລົງ​ຢ້ຽມຢາມ ​ແລະ ອວຍພອນ​ສະພາກາ​ແດງ ຫວຽດນາມ. ທ່ານ ຫງວຽນ​ທ້ຽນ​ເຍີນ ​ໄດ​້ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ປະກອບສ່ວນ, ປະສັນສົມທົບຢ່າງ​​ແໜ້ນ​ແຟ້ນ ​ແລະ ມີ​ປະສິດ​ທິຜົນ ​ຂອງ​ສະພາກາ​ແດງ​ກົບແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໃນ​ໄລຍະ 70 ປີຜ່ານມາ. ທ່ານ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ສະພາກາ​ແດ​ງ ​ລົງ​ນາມ​ໃນ​ໂຄງການ​ສົມທົບ, ຜັນ​ຂະຫຍາຍ​ວຽກ​ງານ​ປີ 2017. ພ້ອມ​ນັ້ນ ທ່ານ​ກໍ່ຢືນຢັນ​ວ່າ: ຄວາມ​ໝັ້ນ​ຄົງ​ເຂັ້ມ​ແຂງ​ຂອງ​ສະພາກາ​ແດງ ຈະ​ປະກອບສ່ວນ​ເພື່ອ​ໃຫ້​ແນວ​ໂຮ​ໃປະ​ເທດ​ຊາດ​ສຳ​ເລັດ​ໜ້າ​ທີ່ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດ​ຈະ​ປະກອບສ່ວນ ​ເພື່ອ​ໃຫ້​ສະພາກາ​ແດງ​ອຸທິດ​ສ່ວນ​ນັບ​ມື້​ນັບ​ຫລາຍ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ