ປະທານແນວໂຮມຫວຽດນາມຕ້ອນຮັບອຸປະທູດສເຢັຍລະມັນ

ປະທານແນວໂຮມຫວຽດນາມຕ້ອນຮັບອຸປະທູດສເຢັຍລະມັນ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍິນ ຕ້ອນຮັບ​ທ່ານ Wolfgang Manig 
(ພາບ: daidoanket.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 7/9, ທີ່​ການ​ຕ້ອນຮັບ​ທ່ານ Wolfgang Manig ອຸປະ​ທູດ​ຊົ່ວຄາວ ສະຖານທູດ ສ​ະຫະພັນ ເຢັຍລະ​ມັນ ​ເຂົ້າ​ຄຳນັບ​ຕາມ​ພິທີການ​ທູດ. ທ່ານປະທານຄະນະ​ກຳມະການ​ສູນ​ກາງ​​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍິນ, ສະ​ແດງ​ຄວາມ​ຫວັງ​ວ່າ, ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ​ແລະ ​ເຢັຍລະ​ມັນ​ຈະ​ສືບ​ຕໍ່​ແລກປ່ຽນ​ຂໍ້​ມູນ​ຂ່າວ​ສານ​, ຜ່ານ​ການ​ສ້າງ​ຕັ້ງ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ​ເຢັຍລະ​ມັນ - ຫວຽດນາມ, ​ເພື່ອ​ຊຸກຍູ້​ການ​ລົງທຶນ​ໂດຍ​ກົງ​ຂອງ ສ ​ເຢັຍລະ​ມັນ​ ເຂົ້າ​ຫວຽດນາມ. ທ່ານ​ຍັງ​ສະ​​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຂອງ​ສອງ​ປະ​ເທດ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ສ. ເຢັຍລະ​ມັນ ຈະ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ, ​ແທດ​ຈິງ, ຕອບ​ສະໜອງ​ຄວາມ​ມຸ້ງ​ຫວັງ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ.

        ສ່ວນ​ທ່ານ​ ອຸປະ​ທູດ​ຊົ່ວຄາວ ສະຖານທູດ ສ​ະຫະພັນ ເຢັຍລະ​ມັນ Wolfgang Manig ກໍ່​ໃຫ້​ຮູ້​ວ່າ, ສ​.ເຢັຍລະ​ມັນ ພວມ​ດຳ​ເນີນ​ການ​ແລກປ່ຽນ​ກັບ​ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ເພື່ອສ້າງ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ສອງ​ຝ່າຍ ​ເຢັຍລະມັນ - ຫວຽດນາມ, ຜ່ານ​ນັ້ນ​ເພີ່ມ​ທະວີ​ຂໍ້​ມູນ​ຂ່າວສານ, ປະກອບສ່ວນ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ, ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ ​ເຢັຍລະ​ມັນ ລົງທຶນ​ຍາວ​ນານ, ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ໃຫ້​ແກ່ ຫວຽດນາມ. ທ່ານ Wolfgang Manig ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ດ້ວຍ​ໜ້າ​ທີ່​ໃໝ່, ທ່ານ​ຈະ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ເຢັຍລະ​ມັນ ​ໃຫ້​ພັດທະນາ, ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ