ປະທານໂຮ່ຈິມິນແມ່ນນັກການທູດທີ່ເກັ່ງກ້າສາມາດ,ນັກວັດທະນະທຳທີ່ມີຊື່ສຽງ

ປະທານໂຮ່ຈິມິນແມ່ນນັກການທູດທີ່ເກັ່ງກ້າສາມາດ,ນັກວັດທະນະທຳທີ່ມີຊື່ສຽງ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ,
ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ)


(vovworld) –  ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 125 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​​ປະທານ​ໂຮ່ຈິ​ມິນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໄດ້​ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ “ປະທານ​ໂຮ່ຈິ​ມິນ: ການ​ສົມທົບ​ຢ່າງ​ກົມກຽວ​ລະຫວ່າງນັກ​ວັດທະນະທຳຜູ້​ມີ​ຊື່​ສຽງ ​ແລະ ນັກ​ການ​ທູດ”. ​ອົງການ​ວັດທະນະທຳ, ວິທະຍາສາດ ​ແລະ ການ​ສຶກສາ​ສະຫະ​ປະຊາ​ຊາດ (UNESCO) ​ໄດ້​ເຊີດ​ຊູປະທານ​ໂຮ່ຈິ​ມິນ ​ແມ່ນນັກ​ວັດທະນະທຳທີ່​ດີ່​ເດັ່ນ ຍ້ອນ​ມີ​ການ​ປະກອບສ່ວນ​ສຳຄັນ ​ແລະ ຫຼາຍດ້ານ​ໃນ​ບັນດາ​ຂົງ​ເຂດ​ວັດທະນະທຳ, ການ​ສຶກສາ ​ແລະ ສິລະ​ປະທ້ອນ​ໂຮມມູນ​ເຊື້ອ​ວັດທະນະທຳ​ຂອງ​ຊາດ​ຫວຽດນາມ ​ແລະ ​ເປັນ​​ສັນຍາ​ລັກ​ໃຫ້​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ຊາດ​ຕ່າງໆ, ຢັ້ງຢືນ​ສີສັນ​ວັດທະນະທຳ​ຂອງ​ຕົນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ​ລະ​ຫວ່າງ​ປະຊາຊາດ. ບົດ​ຂຽນ​ຢັ້ງຢືນ​ວ່າ, ປະທານ​ໂຮ່ຈິ​ມິນ ​ແມ່ນ​ນັກ​ການ​ທູດ​ດີ​ເລີດ. ​ເພີ່ນ​ແມ່ນ​ປະທານ​ປະ​ເທດ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຜູ້​ທຳ​ອິດ​ຂອງ​ລັດ​ສາທາລະນະລັດປະຊາທິປະ​ໄຕຫວຽດນາມ. ການ​ສົມທົບ​ກັນ​ຢ່າງ​ກົມກຽວລະຫວ່າງນັກ​ວັດທະນະທຳທີ່​ມີ​ຊື່​ສຽງ ​ແລະ ນັກ​ການ​ທູດ​ດີ​ເດັ່ນ​ຂອງ​ປະທານ​ໂຮ່ຈິ​ມິນ ​ໄດ້​ສະ​ແດງອອກ​ຢ່າງ​​ແຈ້ງ​​ໃນ​​ວັດທະນະທຳ​ໃນ​ຈຸດປະສົງ, ​​ປົດ​ປ່ອຍ​ຊາດ, ປົດ​ປ່ອຍ​ມະນຸດ ​ແລະ ຕໍ່ສູ້​ເພື່ອ​ບັນດາ​ຄຸນຄ່າ​ອັນ​ດີງາມ​ຂອງ​ມວນມະນຸດ.

ຂ່າວ/ບົດ​ອື່ນ