ປະທານໂຮ່ຈີມິນໃນດວງໃຈຂອງເພື່ອນມິດສາກົນ

(VOVWORLD) -ປະທານໂຮ່ຈີມິນ, ຊື່ນັ້ນບໍ່ພຽງແຕ່ສ້າງນ້ຳໃຈແຫ່ງຄວາມເຄົາລົບນັບຖືໃນດວງໃຈຂອງປະຊາຊົນຫວຽດນາມ ແຕ່ລະຄົນເທົ່ານັ້ນ, ຫາກຍັງສ້າງຄວາມປະທັບໃຈອັນດີງາມທີ່ສຸດຕໍ່ເພື່ອນມິດສາກົນອີກດ້ວຍ.
ປະທານໂຮ່ຈີມິນໃນດວງໃຈຂອງເພື່ອນມິດສາກົນ - ảnh 1 (ທ່ານເອກອັກຄະລັດຖະທູດອີຢິບ Moheb El Samra)

ຢູ່ອີຢິບ, ປະຊາຊົນອີຢິບ ເກືອບທັງໝົດລ້ວນແຕ່ຮູ້ຈັກເຖິງປະເທດຫວຽດນາມ ແລະ ປະທານ “ໂຮ່ຈີມິນ”. ຄຳເວົ້າທີ່ລື້ງເຄີຍຂອງປະຊາຊົນຢູ່ທີ່ນີ້ແມ່ນ “ຫວຽດນາມ - ໂຮ່ຈີມິນ” ດ້ວຍຄວາມເຄົາລົບ, ນັບຖືເປັນຢ່າງຍິ່ງ. ເມື່ອແບ່ງປັນເລື່ອງລາວກ່ຽວກັບປະທານໂຮ່ຈີມິນ, ທ່ານເອກອັກຄະລັດຖະທູດອີຢິບ Moheb El Samra ຢືນຢັນວ່າ, ພາຍໃຕ້ການຊີ້ນຳນຳພາຂອງ ເພິ່ນ, ຊາດ ຫວຽດນາມ ໄດ້ສ້າງສິ່ງທີ່ມະຫັດສະຈັນຂຶ້ນ.

        “ປະທານໂຮ່ຈີມິນ ແມ່ນສັນຍາລັກແຫ່ງການລະດົມໃຈ ແລະ ມີຜົນສະທ້ອນຢ່າງໃຫຍ່ຫຼວງສຳລັບຂະບວນການປົດປ່ອຍຊາດຂອງບັນດາປະເທດອາຟະລິກາ, ອີຢິບ ພ້ອມກັບຊົນຊາດຕ່າງໆໃນໂລກ. ບໍ່ວ່າການຕໍ່ສູ້ປົດປ່ອຍໃດຂອງບັນດາຊົນຊາດຢູ່ອາຊີ, ກໍຄືໃນທົ່ວໂລກ, ໃນຄາວນັ້ນລ້ວນແຕ່ຖືເອົາຫວຽດນາມ - ປະທານໂຮ່ຈີມິນ ແມ່ນຄັນທຸງເພື່ອຕໍ່ສູ້ຍາດເອົາເອກະລາດ”.

        ຢູ່ອິນໂດເນເຊຍ, ກ່ອນນີ້ 60 ປີ, ທ່ານປະທານໂຮ່ຈີມິນ ໄດ້ທຳການຢ້ຽມຢາມຄັ້ງປະຫວັດສາດຢູ່ປະເທດນີ້, ໃນຮອບເວລາ 10 ວັນ. ການໄປຢ້ຽມຢາມນັ້ນ ໄດ້ສ້າງພື້ນຖານໃຫ້ແກ່ການພົວພັນທາງການທູດລະຫວ່າງ 2 ປະເທດຈົນມາຮອດປະຈຸບັນ. ທ່ານສາດສະດາຈານ, ປະລິນຍາເອກ Rina Indiastuti, ອະທິການບໍດີມະຫາວິທະຍາໄລ Padjadjaran, ຢູ່ນະຄອນ Bandung, ປະເທດອິນໂດເນເຊຍ, ແບ່ງປັນວ່າ.

        “ໃນປະຫວັດສາດຂອງມະຫາວິທະຍາໄລ Padjadjaran, ວັນທີ 02 ມີນາ 1959, ປະທານໂຮ່ຈີມິນ ໄດ້ໄປນະຄອນ Bandung, ໄປຢ້ຽມຢາມມະຫາວິທະຍາໄລ Padjadjaran ແລະ ຮັບໃບປະກາດສະນິຍະບັດປະລິນຍາເອກກິຕິມະສັກຂະແໜງກົດໝາຍ. ອິນໂດເນເຊຍ ເວົ້າລວມ ແລະ ມະຫາວິທະຍາໄລ Padjadjaran ເວົ້າສະເພາະໄດ້ມີຄວາມເປັນກຽດພິເສດເມື່ອໄດ້ມອບນາມມະຍົດດັ່ງກ່າວໃຫ້ປະທານໂຮ່ຈີມິນ ຍ້ອນໄດ້ຕໍ່ສູ້ເພື່ອເອກະລາດຂອງຫວຽດນາມ ແລະ ຍ້ອນມີການຊີ້ນຳນຳພາປະເທດຫວຽດນາມ ຈົນຮອດຍາມທີ່ຍາດໄດ້ເອກະລາດ, ຜືນແຜ່ນດິນອັນຄົບຖ້ວນ”.

        ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ແມ່ນໂອກາດເພື່ອໃຫ້ເພື່ອນມິດສາກົນສະແດງຄວາມເຄົາລົບນັບຖື, ພ້ອມທັງຢືນຢັນບົດບາດປະຫວັດສາດ ແລະ ບັນດາຄຸນຄ່າອັນຍິ່ງໃຫຍ່ຂອງແນວຄິດປະທານໂຮ່ຈີມິນ ທີ່ມີຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ ແລະ ກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ, ກໍຄືບັນດາຄຸນຄ່າຂອງແນວຄິດປະທານໂຮ່ຈີມິນ ທີ່ປະໄວ້ໃຫ້ມວນມະນຸດໃນຍຸກປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ