ປະມຸກລັດ ບັນດາປະເທດ ອາຣັບ, ຕາເວັນອອກກາງ ອວຍພອນວັນຊາດຫວຽດນາມ

(VOVWORLD) - ປະມຸກລັດ ບັນດາປະເທດ ອາຣັບ, ຕາເວັນອອກກາງ ໄດ້ສົ່ງສານອວຍພອນວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ (2 ກັນຍາ 1945 -  2 ກັນຍາ 2019).

      ວັນທີ 2 ກັນຍາ, ທ່ານປະທານາທິບໍດີ ອີຣານ Hassan Rouhani  ໄດ້ສົ່ງສານອວຍພອນມາຍັງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເອກະລາດ ແລະ ຫວັງວ່າ ການພົວພັນລະຫວ່າງສອງປະເທດ ຈະພັດທະນາກວ່າອີກ. ໃນສານອວຍພອນ, ທ່ານປະທານາທິບໍດີ ອີຣານ ກໍເຊື່ອໝັ້ນວ່າ ການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ອີຣານ ຈະພັດທະນາ ເຊິ່ງຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ກະສັດ ອາຣັບບີ ຊະອຸດິ Salman bin Abdulaziz ໄດ້ສົ່ງສານອວຍພອນເຖິງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໂດຍຂຽນວ່າ: ຕາງໜ້າໃຫ້ປະຊາຊົນ ແລະ ລັດຖະບານ ລາຊະອານາຈັກ ອາຣັບບີ ຊະອຸດິ ຂໍສະແດງຄວາມອວຍພອນຢ່າງສຸດໃຈ ແລະ ດີງາມທີ່ສຸດມາຍັງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ລັດຖະບານ ແລະ ປະຊາຊົນຫວຽດນາມ ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງສີວິໄລ.

        ນອກຈາກນັ້ນ, ກະຈັດ ກາຕາ Sheikh Tamim bin Hamad Al Thani ແລະ ກະສັດ ບາເຣັນ Hamad bin Isa Al Khalifa  ກໍໄດ້ສົ່ງຄໍາອວຍພອນມາຍັງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລະ ການນໍາຫວຽດນາມເຊັ່ນດຽວກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ