ປະ​ຢັດ​ໄດ້ເງິນ​ກ່​ວາ 2000 ຕື້​ດົ່ງ​ ຈາກ​ການ​ສັບ​ຊ້ອນ​ບັນ​ດາ​ອົງ​ການ​ປົກ​ຄອງ​ຂັ້ນ​ເມືອງ, ຂັ້ນ​ຕາ​ແສງ

(VOVWORLD) -ຕາມນັ້ນແລ້ວ, 3 ປີຜ່ານມາ, ຫວຽດນາມ ຫຼຸດຈຳນວນອົງການປົກຄອງຂັ້ນຕາແສງລົງໄດ້ກ່ວາ 3.400 ອົງການ ແລະ ອົງການຂັ້ນເມືອງ 429 ອົງການ, ຫຼຸດຈຳນວນພະນັກງານ, ລັດຖະກອນຂັ້ນເມືອງລົງກ່ວາ 700 ຄົນ, ລັດຖະກອນຂັ້ນຕາແສງ ເກືອບ 9.700 ຄົນ ແລະ ຜູ້ເຮັດວຽກບໍ່ມີວິຊາການຢູ່ຂັ້ນຕາແສງ 8.448 ຄົນ.
ປະ​ຢັດ​ໄດ້ເງິນ​ກ່​ວາ 2000 ຕື້​ດົ່ງ​ ຈາກ​ການ​ສັບ​ຊ້ອນ​ບັນ​ດາ​ອົງ​ການ​ປົກ​ຄອງ​ຂັ້ນ​ເມືອງ, ຂັ້ນ​ຕາ​ແສງ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ສະພາແຫ່ງຊາດ ຫວຽດນາມ)

ໂດຍສືບຕໍ່ລາຍການກອງປະຊຸມທີ 9, ວັນທີ 14 ມີນາ, ຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຟັງ 2 ຄະນະຕິດຕາມກວດກາຫົວເລື່ອງສະເພາະລາຍງານໝາກຜົນເບື້ອງຕົນກ່ຽວກັບ “ການປະຕິບັດບັນດາພັນທະຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການສັບຊ້ອນບັນດາອົງການປົກຄອງຂັ້ນເມືອງ, ຂັ້ນແຂວງໃນໄລຍະ 2019 - 2021” ແລະ “ປະຕິບັດກົດໝາຍວ່າດ້ວຍການຕ້ອນຮັບພົນລະເມືອງ ແລະ ແກ້ໄຂການຮ້ອງທຸກ, ຮ້ອງຟ້ອງ ນັບແຕ່ວັນທີ 1 ກໍລະກົດ ປີ 2016 ຫາວັນທີ 1 ກໍລະກົດ ປີ 2021”.

ຕາມນັ້ນແລ້ວ, 3 ປີຜ່ານມາ, ຫວຽດນາມ ຫຼຸດຈຳນວນອົງການປົກຄອງຂັ້ນຕາແສງລົງໄດ້ກ່ວາ 3.400 ອົງການ ແລະ ອົງການຂັ້ນເມືອງ 429 ອົງການ, ຫຼຸດຈຳນວນພະນັກງານ, ລັດຖະກອນຂັ້ນເມືອງລົງກ່ວາ 700 ຄົນ, ລັດຖະກອນຂັ້ນຕາແສງ ເກືອບ 9.700 ຄົນ ແລະ ຜູ້ເຮັດວຽກບໍ່ມີວິຊາການຢູ່ຂັ້ນຕາແສງ 8.448 ຄົນ. ໄລຍະ 2019 – 2021 ໄດ້ປະຢັດເງິນກ່ວາ 2.000 ຕື້ດົ່ງ, ຜ່ານນັ້ນ ໄດ້ແຫຼ່ງກຳລັງລົງທຶນຕື່ມເພື່ອພັດທະນາເສດຖະກິດ - ສັງຄົມ, ປະຕິບັດຍຸດທະສາດລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ສ້າງຊົນນະບົດໃໝ່, ປະກອບສ່ວນປະຕິບັດບັນດານະໂຍບາຍຊ່ວຍໜູນສັງຄົມຢ່າງຄົບຊຸດ, ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ