ປະສິດທິຜົນຈາການນຳໃຊ້ເຕັກໂນໂລຊີໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

(VOVWORLD) -ເປັນຄັ້ງທຳອິດທີ່ມີກອງປະຊຸມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ຖ່າຍຖອດສົດໄປຍັງ 7.400 ຈຸດໃນທົ່ວປະເທດ.
ປະສິດທິຜົນຈາການນຳໃຊ້ເຕັກໂນໂລຊີໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ - ảnh 1(ສະມາຊິກພັກແຕ່ລະຄົນໄດ້ຮັບຂໍ້ມູນຫຼັກແຫຼ່ງ, ບັນດາຈຸດໃໝ່ໃນມະຕິຂອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຈາກບັນດາການນຳພັກ, ລັດ ໂດຍກົງ)

ກອງປະຊຸມທາງອອນລາຍທົ່ວປະເທດຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຫາກໍ່ສິ້ນສຸດລົງພາຍຫຼັງເຮັດວຽກມາເປັນເວລາ 2 ວັນ. ເປັນຄັ້ງທຳອິດທີ່ມີກອງປະຊຸມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ຖ່າຍຖອດສົດໄປຍັງ 7.400 ຈຸດໃນທົ່ວປະເທດ. ສະມາຊິກພັກແຕ່ລະຄົນໄດ້ຮັບຂໍ້ມູນຫຼັກແຫຼ່ງ, ບັນດາຈຸດໃໝ່ໃນມະຕິຂອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຈາກບັນດາການນຳພັກ, ລັດ ໂດຍກົງ. ພຽງໃນເວລາ 2 ວັນ, ມີຫຼາຍບັນຫາສຳຄັນໄດ້ວາງອອກເຊິ່ງບັນດາພະນັກງານ, ສະມາຊິກໄດ້ຮັບຮູ້ຢ່າງໄວວາພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ໄດ້ຊ່ວຍໃຫ້ວິວັດການປະຕິບັດມະຕິຈະແຈ້ງກວ່າ:

        “ຂ້າພະເຈົ້າເຫັນວ່າ, ຄັ້ງທຳອິດຂອງການຜັນຂະຫຍາຍມະຕິທີ່ນຳໃຊ້ບັນດາຜົນງານທີ່ດີຈາກເຕັກໂນໂລຊີ 4.0 ແມ່ນມີຄວາມແຕກຕ່າງ. ກ່ອນນີ້, ພວກຂ້າພະເຈົ້າໄດ້ຮັບຟັງຜ່ານນັກລາຍງານ. ເຖິງຢ່າງໃດກໍ່ຕາມ, ໃນຄັ້ງນີ້ພວກຂ້າພະເຈົ້າໄດ້ຮັບຟັງບັນດາເອກະສານຂອງພັກ ຈາກການນຳພັກ, ລັດໂດຍກົງ. ສິ່ງດັ່ງກ່າວໄດ້ສ້າງຜົນກະທົບທີ່ດີຢ່າງໃຫຍ່ຫຼວງ”.

        “ບັນດານັກລາຍງານເຜີຍແຜ່, ເຊື່ອມຊຶມມະຕິໃນຄັ້ງນີ້ ແມ່ນບັນດານັກລາຍງານພິເສດ, ລ້ວນແຕ່ແມ່ນບັນດາການນຳຫຼັກແຫຼ່ງ, ບັນດາສະມາຊິກໃນກົມການເມືອງຄື ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ; ຜູ້ປະຈຳການຄະນະເລຂາສູນກາງພັກ ຫວໍວັນເຖືອງ; ຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈິ໊ງ… ເລື່ອງເຊື່ອມຊຶມ, ເຜີຍແຜ່, ໂຄສະນານຳມະຕິເຂົ້າສູ່ຊີວິດຄືແນວນັ້ນແມ່ນມີຄວາມໝາຍທີ່ສຸດ.”

ຕອບກັບ

ຂ່າວ/ບົດ​ອື່ນ