ປະຫວັດສາດສະຫງ່າອົງອາດ ຮາຍບ່າຈຶງ ໄດ້ວາດພາບດ້ວຍເຕັກໂນໂລຊີ 3D Mapping

(VOVWORLD) -ທີ່ພິທີ, ໄດ້ຈັດລາຍການສິລະປະສະແດງດົນຕີ, ແສງສີຕາມເຕັກໂນໂລຊີທັນສະໄໝ.
ປະຫວັດສາດສະຫງ່າອົງອາດ ຮາຍບ່າຈຶງ ໄດ້ວາດພາບດ້ວຍເຕັກໂນໂລຊີ 3D Mapping - ảnh 1ລາຍການສິລະປະສະແດງດົນຕີ, ແສງສີຕາມເຕັກໂນໂລຊີທັນສະໄໝ
(ພາບ: TTXVN)

        ຕອນຄ່ຳວັນທີ 16 ກຸມພາ (ກົງກັບວັນທີ 06 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ), ພິທີສະເຫຼີມສະຫຼອງ 1984 ປີແຫ່ງວັນລຸກຮື້ຂຶ້ນ ຮາຍບ່າຈຶງ ແລະ ພິທີໄຂງານບຸນວິຫານ ຮາຍບ່າຈຶງ ລະດູບານໃໝ່ປີມະໂລງ 2024 ໄດ້ຈັດຂຶ້ນຢູ່ເຂດປູຊະນີຍະສະຖານປະຫວັດສາດພິເສດວິຫານ ຮາຍບ່າຈຶງ (ເມືອງ ເມລິງ, ຮ່າໂນ້ຍ). ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ເຂົ້າຮ່ວມລາຍການ.

        ທີ່ພິທີ, ໄດ້ຈັດລາຍການສິລະປະສະແດງດົນຕີ, ແສງສີຕາມເຕັກໂນໂລຊີທັນສະໄໝ. ນີ້ແມ່ນລາຍການສະແດງສິລະປະ, ສົມທົບກັບເຕັກໂນໂລຊີ 3D Mapping LED matrix, ເລົ່າຄືນປະຫວັດສາດຕາມວິທີທີ່ທັນສະໄໝ, ໃໝ່ອ່ຽມ, ດຶງດູດໃຈ.

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 15 ກຸມພາ, ໄດ້ຈັດພິທີແຮ່ວໍຈາກສາລາບ້ານ ຮະໂລຍ ໄປວິຫານ ຮາຍບ່າຈຶງ, ຈັດພິທີຖະຫວາຍບູຊາຕາມຮູບແບບທີ່ເປັນມູນເຊື້ອຂອງທ້ອງຖິ່ນຢູ່ງານບຸນວິຫານ ຮາຍບ່າຈຶງ. ງານບຸນໄດ້ຈັດຂຶ້ນຮອດວັນທີ 17 ກຸມພາ (ກົງກັບວັນທີ 8 ເດືອນຈຽງ ປີມະໂລງ).

ຕອບກັບ

ຂ່າວ/ບົດ​ອື່ນ