ປະເທດ ລັດເຊຍ ເລີ່ມກ້າວເຂົ້າການເລືອກຕັ້ງປະທານາທິບໍດີຄັ້ງທີ 8

(VOVWORLD) - ບັນດາສະຖານທີ່ປ່ອນບັດເລືອກຕັ້ງຈະເປີດປະຕູໃນທົ່ວປະເທດ ລັດເຊຍ ໃນເວລາ 8 ໂມງ ຫາ 20 ໂມງ (ຕາມເວລາທ້ອງຖິ່ນ) ຂອງວັນທີ 15 ຫາ 17 ມີນາ.
ປະເທດ ລັດເຊຍ ເລີ່ມກ້າວເຂົ້າການເລືອກຕັ້ງປະທານາທິບໍດີຄັ້ງທີ 8 - ảnh 1ນີ້ແມ່ນຄັ້ງທຳອິດທີ່ປະເທດ ລັດເຊຍ ດຳເນີນການເລືອກຕັ້ງປະທານາທິບໍດີເປັນເວລາ 3 ວັນ
(ພາບ: REUTERS)

        ຕອນເຊົ້າວັນທີ 15 ມີນາ, ບັນດາສະຖານທີ່ປ່ອນບັດເລືອກຕັ້ງທຳອິດຢູ່ເຂດ Kamchatka ຂອງ ລັດເຊຍ ໄດ້ເປີດປະຕູເພື່ອໃຫ້ປະຊາຊົນມາປ່ອນບັດ ໃນການເລືອກຕັ້ງປະທານາທິບໍດີຄັ້ງທີ 8. ບັນດາສະຖານທີ່ປ່ອນບັດເລືອກຕັ້ງຈະເປີດປະຕູໃນທົ່ວປະເທດ ລັດເຊຍ ໃນເວລາ 8 ໂມງ ຫາ 20 ໂມງ (ຕາມເວລາທ້ອງຖິ່ນ) ຂອງວັນທີ 15 ຫາ 17 ມີນາ. ນີ້ແມ່ນຄັ້ງທຳອິດທີ່ປະເທດ ລັດເຊຍ ດຳເນີນການເລືອກຕັ້ງປະທານາທິບໍດີເປັນເວລາ 3 ວັນ.

        ການເລືອກຕັ້ງປີນີ້ແມ່ນການແຂ່ງຂັນລະຫວ່າງຜູ້ສະໝັກຮັບເລືອກຕັ້ງ 4 ທ່ານ, ລວມມີ: ທ່ານ Vladislav Davankov ຂອງພັກ “ບັນດາຜູ້ໃໝ່”, ທ່ານ Leonid Slutsky ຂອງພັກປະຊາທິປະໄຕເສລີ ລັດເຊຍ (LDPR), ທ່ານ Nikolai Kharitonov ຂອງພັກກອມມູນິດສະຫະພັນ ລັດເຊຍ (KPRF) ແລະ ທ່ານປະທານາທິບໍດີຄົນປະຈຸບັນ Vladimir Putin, ຜູ້ສະໝັກຮັບເລືອກຕັ້ງດ້ວຍຖານະຜູ້ສະໝັກຮັບເລືອກຕັ້ງເອກະລາດ.

        ໝາກຜົນການຢັງຫາງສຽງກ່ອນການເລືອກຕັ້ງລ້ວນແຕ່ຄາດຄະເນວ່າ, ທ່ານປະທານາທິບໍດີ Vladimir Putin, ຈະຍາດໄດ້ໄຊຊະນະຢ່າງຂາດຂັ້ນຕໍ່ຜູ້ສະໝັກຮັບເລືອກຕັ້ງ 3 ທ່ານທີ່ຍັງເຫຼືອ ແລະ ສືບຕໍ່ດຳລົງຕຳແໜ່ງຕື່ມອີກອາຍຸການໜຶ່ງເປັນເວລາ 6 ປີ.

        CEC ຈະເລີ່ມປະກາດໝາກຜົນທຳອິດແຕ່ເວລາ 21 ໂມງຂອງວັນທີ 17 ມີນາ. ໝາກຜົນເບື້ອງຕົ້ນຂອງການເລືອກຕັ້ງດັ່ງກ່າວຈະປະກາດໃນຕອນເຊົ້າວັນທີ 18 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ