ປະເທດ ອາເມລິກາ ກ່ອນວັນເລືອກຕັ້ງສະພາແຫ່ງຊາດກາງສະໄໝອາຍຸການ 2022 ໜຶ່ງວັນ

(VOVWORLD) -ທ່ານປະທານາທິບໍດີ Joe Biden ແລະ ທ່ານອະດີດປະທານາທິບໍດີ Donald Trump ຍັງສືບຕໍ່ມານະພະຍາຍາມຂົນຂວາຍຜູ້ມີສິດເລືອກຕັ້ງ ປ່ອນບັດໃຫ້ບັນດາຜູ້ສະໝັກເລືອກຕັ້ງຂອງພັກຕົນ.
ປະເທດ ອາເມລິກາ ກ່ອນວັນເລືອກຕັ້ງສະພາແຫ່ງຊາດກາງສະໄໝອາຍຸການ 2022 ໜຶ່ງວັນ - ảnh 1ຜູ້ມີສິດເລືອກຕັ້ງ ອາເມລິກາ ໄປປ່ອນບັດກ່ອນກຳນົດເວລາ
(ພາບ: Getty)

        ການເລືອກຕັ້ງກາງສະໄໝຂອງສະພາແຫ່ງຊາດ ອາເມລິກາ ຈະດຳເນີນໃນວັນທີ 08 ພະຈິກ (ຕາມເວລາ ອາເມລິກາ). ກ່ອນໜ້ານັ້ນ, ຜູ້ມີສິດເລືອກຕັ້ງ ອາເມລິກາ ກວ່າ 40 ລ້ານຄົນໄດ້ໄປປ່ອນບັດກ່ອນກຳນົດເວລາ ຜ່ານທາງອອນລາຍ ຫຼື ທາງໄປສະນີກ່ອນວັນເລືອກຕັ້ງຄັ້ງໃຫຍ່. ທຸກລັດໃນທົ່ວປະເທດ ອາເມລິກາ ໄດ້ຈັດການປ່ອນບັດເລືອກຕັ້ງໃນເບື້ອງຕົ້ນ ເພື່ອເລືອກເອົາຜູ້ຕາງໜ້າໃຫ້ພັກຂອງຕົນ ອອກສະໝັກເລືອກຕັ້ງໃນວັນເລືອກຕັ້ງຄັ້ງໃຫຍ່, ເວັ້ນແຕ່ລັດ Lousiana (ລັດນີ້ຈະຈັດການເລືອກຕັ້ງເບື້ອງຕົ້ນຊ້າກວ່າ). ໃນການເລືອກຕັ້ງປີນີ້, ປະເທດ ອາເມລິກາ ຈະເລືອກຕັ້ງທີ່ນັ່ງລັດຖະສະພາສູງສະຫະລັດໃໝ່ 35 ທີ່ນັ່ງ; ເລືອກຕັ້ງທີ່ນັ່ງສະມາຊິກສະພາຕ່ຳທັງໝົດ 435 ທີ່ນັ່ງ; ຜູ້ວ່າການລັດ 36 ທີ່ນັ່ງ…

        ກ່ອນວັນເລືອກຕັ້ງຄັ້ງໃຫຍ່ໜຶ່ງວັນ, ທ່ານປະທານາທິບໍດີ Joe Biden ແລະ ທ່ານອະດີດປະທານາທິບໍດີ Donald Trump ຍັງສືບຕໍ່ມານະພະຍາຍາມຂົນຂວາຍຜູ້ມີສິດເລືອກຕັ້ງ ປ່ອນບັດໃຫ້ບັນດາຜູ້ສະໝັກເລືອກຕັ້ງຂອງພັກຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ