ປະ​ເທດ ອາ​ເມ​ລິ​ກາ ກ່ອນ​​ເວ​ລາ​ມອບໂອນ​ສິດ​ອຳ​ນາດ

(VOVWORLD) -ວັນທີ 20 ມັງກອນ, ຢູ່ ວໍຊິງຕັນ DC ຈະດຳເນີນພິທີສາບານຕົວເຂົ້າດຳລົງຕຳແໜ່ງປະທານາທິບໍດີ ຜູ້ທີ 46 ຂອງ ອາເມລິກາ. ພິທີເຂົ້າດຳລົງຕຳແໜ່ງ ແມ່ນພິທີສ້າງຂີດໝາຍທາງການແກ່ການເລີ່ມຕົ້ນອາຍຸການຂອງປະທານາທິບໍດີຄົນໃໝ່.
ປະ​ເທດ ອາ​ເມ​ລິ​ກາ ກ່ອນ​​ເວ​ລາ​ມອບໂອນ​ສິດ​ອຳ​ນາດ - ảnh 1ທະຫານພິທັກແຫ່ງຊາດປະກອບອາວຸດນັບໝື່ນຄົນໄດ້ປະກອບອາວຸດ ຜັນຂະຫຍາຍຢູ່ສະຖານທີ່ດຳເນີນພິທີ (ພາບ: TTXVN)

ໃນສະພາບການໂລກລະບາດໂຄວິດ - 19 ຍັງສືບຕໍ່ຄຸກຄາມ ພ້ອມກັບການຈະລາຈົນທີ່ເກີດຂຶ້ນໃນໄລຍະຜ່ານມາຢູ່ ວັງ Capitol ແລະ ໄພນາບຂູ່ອື່ນໆໃນທົ່ວປະເທດ ອາເມລິກາ, ພິທີເຂົ້າດຳລົງຕຳແໜ່ງຂອງທ່ານປະທານາທິບໍດີ ຄົນໃໝ່ Joe Biden  ມີຫົວຂໍ້ “ປະເທດ ອາເມລິກາ ເປັນເອກະພາບ” ຄາດວ່າ ຈະດຳເນີນໄປດ້ວຍຄວາມປອດໄພ ຍ້ອນມີແຜນການປ້ອງກັນຄວາມສະຫງົບຢ່າງຮັດກຸມ. ທະຫານພິທັກແຫ່ງຊາດປະກອບອາວຸດນັບໝື່ນຄົນໄດ້ປະກອບອາວຸດ ຜັນຂະຫຍາຍຢູ່ສະຖານທີ່ດຳເນີນພິທີ. ທົ່ວນະຄອນໄດ້ປະຕິບັດມາດຕະການປິດເມືອງເພື່ອຮັບປະກັນໃຫ້ແກ່ພິທີດັ່ງກ່າວ.

        ເມື່ອທຽບໃສ່ພິທີເຂົ້າດຳລົງຕຳແໜ່ງຄັ້ງກ່ອນ ເຫັນວ່າ, ພິທີເຂົ້າດຳລົງຕຳແໜ່ງຂອງທ່ານປະທານາທິບໍດີ Joe Biden ມີຄວາມແຕກຕ່າງກັນຫຼາຍ. ສະພາບການໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນ, ສະນັ້ນ ຂອບຂະໜາດຂອງພິທີດັ່ງກ່າວກໍຖືກຮັດແຄບເຂົ້າ, ມີແຂກຖືກເຊີນປະມານ 1000 ທ່ານເຂົ້າຮ່ວມເທົ່ານັ້ນ. ຫຼາຍກິດຈະກຳຈະຖືກດຳເນີນທາງອອນລາຍ, ຈະບໍ່ມີພິທີເດີນຂະບວນ, ງານລ້ຽງ, ເຕັ້ນລຳ ແຕ່ແທນທີ່ນັ້ນ ແມ່ນອອກອາກາດລາຍການໂທລະພາບພິເສດ ໂດຍມີການສະແດງສິລະປະ ແລະ ການກ່າວຄຳປາໄສຂອງທັງ 2 ທ່ານ Biden ແລະ ທ່ານນາງຮອງປະທານາທິບໍດີ Kamala Harris. ຈຸດແຕກຕ່າງອີກອັນໜຶ່ງ ນັ້ນແມ່ນ ທ່ານ Donald Trump ຈະເປັນປະທານາທິບໍດີ ຄົນປັດຈຸບັນທຳອິດນັບແຕ່ປີ 1869 ມານີ້ ທີ່ບໍ່ເຂົ້າຮ່ວມພິທີສາບານຕົວເຂົ້າດຳລົງຕຳແໜ່ງຂອງຜູ້ສືບທອດຕຳແໜ່ງຂອງຕົນ.

ນັກຂ່າວ VOV ປະຈຳ ອາເມລິກາ


 

ຕອບກັບ

ຂ່າວ/ບົດ​ອື່ນ