ປະເທດຊາດ ຢາກໃຫ້ປະຊາຊົນແຕ່ລະຄົນ ຮ່ວມແຮງຮ່ວມໃຈ, ປະກອບກຳລັງເຫື່ອແຮງໃນບັ້ນປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19

(VOVWORLD) -ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ທຸກວິສາຫະກິດ, ອົງການຈັດຕັ້ງ, ຜູ້ໃຈບຸນໃຈກຸສົນ ຈົ່ງມີການກະທຳ ແລະ ມີຄວາມຮັບຜິດຊອບເພື່ອປະເທດຊາດ ເພື່ອປະຊາຊົນ
ປະເທດຊາດ ຢາກໃຫ້ປະຊາຊົນແຕ່ລະຄົນ ຮ່ວມແຮງຮ່ວມໃຈ, ປະກອບກຳລັງເຫື່ອແຮງໃນບັ້ນປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19 - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ

ຕອນເຊົ້າວັນທີ 27 ພຶດສະພາ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງ ພິທີປຸກລະດົມການບໍລິຈາກສະຫນັບສະຫນູນການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19. ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ທຸກວິສາຫະກິດ, ອົງການຈັດຕັ້ງ, ຜູ້ໃຈບຸນໃຈກຸສົນ ຈົ່ງມີການກະທຳ ແລະ ມີຄວາມຮັບຜິດຊອບເພື່ອປະເທດຊາດ ເພື່ອປະຊາຊົນ.

ປະເທດຊາດ ຢາກໃຫ້ປະຊາຊົນແຕ່ລະຄົນ ຮ່ວມແຮງຮ່ວມໃຈ, ປະກອບກຳລັງເຫື່ອແຮງໃນບັ້ນປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19. ໃນຈຸດເວລາຫຍຸ້ງຍາກທີ່ສຸດ ກໍ່ແມ່ນໂອກາດເພື່ອໃຫ້ປະຊາຊົນແຕ່ລະຄົນສະແດງໃຫ້ເຫັນຈິດໃຈຮັກຊາດ ຄວາມສາມັກຄີ ພ້ອມກັນມີການກະທຳ ແລະ ມີຄວາມຮັບຜິດຊອບເພື່ອ ປະເທດຊາດ ເພື່ອປະຊາຊົນ. ຂ້າພະເຈົ້າຮຽກຮ້ອງປະຊາຊົນທຸກຊັ້ນວັນນະ ບັນດາວິສາຫະກິດໃນທຸກພາກສ່ວນເສດຖະກິດ, ອົງການຈັດຕັ້ງ ແລະປະຊາຊົນໃນທົ່ວປະເທດ, ຊາວຫວຽດນາມ ອາໄສຢູ່ ຕ່າງປະເທດ, ບັນດາສາສະຫນາ ເພື່ອນມິດ ແລະ ປະຊາຊົນບັນດາປະເທດ ອີງຕາມເງື່ອນໄຂ ແລະ ຄວາມສາມາດຂອງຕົນ, ເຂົ້າຮ່ວມການປະກອບສ່ວນ ບໍລິຈາກສະຫນັບສະຫນູນນັບທັງດ້ານວັດຖຸ ແລະ ຈິດໃຈ ເພື່ອພ້ອມກັບທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຍູ້ໂລກລະບາດໃຫ້ຖອຍໄປ”

ທີ່ພິທີປຸກລະດົມ, ບັນດາວິສາຫະກິດ ຜູ້ໃຈບຸນໃຈກຸສົນ ໄດ້ສະຫນັບສະຫນູນ, ຈົດທະບຽນສະຫນັບສະຫນູນຈຳນວນເງິນກວ່າ 2.700 ຕື້ດົ່ງ.

 

ຕອບກັບ

ຂ່າວ/ບົດ​ອື່ນ