ປະເທດຕ່າງໆຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດວັນກຳມະກອນສາກົນ

ປະເທດຕ່າງໆຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດວັນກຳມະກອນສາກົນ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຢິບ Abdel Fattah al – Sisi 
(ພາບ​ປະ​ກອບ)

(vovworld) - ວັນ​ກຳ​ມະ​ກອນ​ສາ​ກົນ 1/5 ປີນີ້​ສືບ​ຕໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ລັດ​ຖະ​ບານ ແລະ ອົງ​ກາ​ນ​ຕ່າງໆ​ໃນ​ທົ່​ວ​ໂລ​ກ​ເຊີດ​ຊ​ູ​ບັນ​ດາ​ຜູ້​ໄດ້​ເຮັດ​ວຽກ​ຢ່າງສຸດ​ຈິດ​ສຸດ​ໃຈເພື່ອ​ພາ​ລະ​ກິດ​ພັດ​ທະ​ນາ​ຂອ​ງ​ປະ​ເທດ​ຊາດ, ພ້ອ​ມ​ທັງ​ກໍ່​ເພື່ອ​ໃຫ້​ຊາວ​ຜູ້​ອອກ​ແຮງ​ງານ​ສະ​ແດງ​ສຽງ​ເວົ້າ, ຄຳ​ຮຽກ​ຮ້ອງ​ຕ້ອງ​ປັບ​ປຸງ​ເງື່ອນ​ໄຂ​ເຮັດ​ວຽກ. ຢູ່ ອີ​ຢິບ, ເນື່ອງ​ໃນ​ໂອ​ກາດ​ວັນ​ກຳ​ມະ​ກອນ 1/5, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Abdel Fattah al – Sisi ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ຊາວ​ຜູ້​ອອກ​ແຮງ​ງານ​ເຮັດ​ວຽກ​ໃນ​ທຸກໆ​ຂະ​ແໜງ​ການ ດ້ວຍ​ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ ໄດ້​ຊ່ວຍ​ສ້າງ​ສາ​ປະ​ເທດ​ຊາດ ແລະ ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ປະ​ໂຫຍດ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ.

        ໃນ​ສານ​ທີ່​ໄດ້​ຍົກ​ອອກ​ມາ​ເນື່ອ​ງ​ໃນ​ໂອ​ກາດ​ວັນ​ກຳ​ມະ​ກອນ​ສາ​ກົນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ U Htin Kyaw ໄດ້​ຮຽກ​ຮ້ອງ​ໃຫ້​ຊາ​ວ​ຜູ້​ອອກ​ແຮງ​ງາ​ນ ແລະ ບັນ​ດາ​ເຈົ້າ​ຂອງວິ​ສາ​ຫະ​ກິດ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ວຽກ, ພ້ອມ​ກັນ​ຮ່ວມ​ມື​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ U Htin Kyaw ເນັ້ນ​ໜັກ ຕ້ອງ​ເພີ່ມ​ທະ​ວີ​ກາ​ນ​ພົວ​ພັນ​ແຮງ​ງານ​ຍຸ​ຕິ​ທຳ ແລະ ຫລຸດ​ຜ່ອນ​ສະ​ພາບ​ການຂູດ​ຮີ​ດ​ຄົ​ນ​ງານ.

        ຢູ່​ກູ​ບາ, ປະ​ຊາ​ຊົນ​ນັບ​ພັນ​ຄົນ​ໄດ້​ເຕົ້າ​ໂຮມ​ຢູ່​ໃຈ​ກາງ​ນະ​ຄອນຫຼວງ ລາ​ຮາ​ວານ ເພື່ອ​​ເດີນ​ຂະ​ບວນ ແລະ ​ແຫ່ຮູບ​ເຄິ່ງ​ຄິງ​ການ​ນຳ Fidel Castro. ບັນ​ດາ​ຜູ້​ຈັດ​ຕັ້ງ​ການເດີນ​ຂະ​ບວນ​ຢູ່​ລາ​ຮາ​ວານ​ໃຫ້​ຮູ້​ວ່າ ເຫດ​ການນີ້​ເພື່ອ​ແນ​ໃສ່​ສະ​ແດງ​ການ​ສະ​ໜັບ​ສະ​ໜ​ູນ​ສຳ​ລັບ​ລັດ​ຖະ​ບານ Venezuela, ພັນ​ທະ​ມິດ, ຄູ່​ຮ່ວມ​ມື​ການ​ຄ້າ​ສຳ​ຄັນ​ຂອງ ກູ​ບາ​ໃນ​ພ​າກ​ພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ