ປະ​ເທດ​ຕ່າງໆ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ກູ້​ໄພ​ກູ້​ຊີບ​ຢູ່ ຕວກ​ກີ ແລະ ຊີ​ຣີ

(VOVWORLD) - ປະເທດຕ່າງໆພວມຍູ້ແຮງການເຄື່ອນໄຫວກູ້ໄພກູ້ຊີບ ແລະ ຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍ ຈາກເຫດແຜ່ນດິນໄຫວຢູ່ ຕວກກີ ແລະ ຊີຣີ ເມື່ອວັນທີ 6 ກຸມທີ່ພາຜ່ານມາ.
ປະ​ເທດ​ຕ່າງໆ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ກູ້​ໄພ​ກູ້​ຊີບ​ຢູ່ ຕວກ​ກີ ແລະ ຊີ​ຣີ - ảnh 1

 (ພາບ: THX/TTXVN)

    ວັນທີ 12 ກຸມພາ,  ລີບີ ໄດ້ສົ່ງເຮືອບິນຂົນສົ່ງເຄື່ອງອຸປະຖຳ 2 ລຳໄປຍັງ ຕວກກີ ແລະ ຊີຣີ ເພື່ອແນໃສ່ແກ້ໄຂຜົນຮ້າຍຈາກໄພທຳມະຊາດ. ຕາມເຈົ້າໜ້າທີ່ ລີບີ ແລ້ວ, ນອກຈາກເຄື່ອງໜູນຊ່ວຍແລ້ວ, ປະເທດນີ້ ຍັງໄດ້ສົ່ງພະນັກງານການແພດ, ກຳລັງກູ້ໄພກູ້ຊີບ 70 ຄົນໄປຍັງສອງປະເທດດັ່ງກ່າວອີກດ້ວຍ.

ສ່ວນລັດຖະບານ Pakistan ກໍ່ໄດ້ຈັດແບ່ງຈຳນວນເງິນ 37.14 ລ້ານ USD ເພື່ອໜູນຊ່ວຍບັນດາຄວາມມານະພະຍາຍາມກູ້ໄພກູ້ຊີບ ຈາກເຫດແຜ່ນດິນໄຫວຢູ່ ຕວກກີ ພ້ອມທັງໄດ້ຜັນຂະຫຍາຍວຽກງານກູ້ໄພກູ້ຊີບ ຢູ່ທັງທາງອາກາດ, ທາງບົກ ແລະ ທາງທະເລ.

ວັນທີ 12 ກຸມພາ,  ກາຕາ ກໍ່ໃຫ້ຮູ້ວ່າ, ປະເທດນີ້ຈະໜູນຊ່ວຍ ຕວກກີ ແລະ ຊີຣີ ກາບີນ ແລະ ລົດຕັ້ງຄ້າຍ 10.000 ຄັນ ຊື່ງໄດ້ໃຊ້ໃນຮອບຊິງຊະນະເລີດ ງານແຂ່ງຂັນກິລາບານເຕະໂລກປີ 2022 (World Cup 2022)  ເພື່ອເປັນບ່ອນລີ້ຊ້ອນໃຫ້ແກ່ ປຊຊ ພາຍຫຼັງໄພພິບັດແຜ່ນດິນໄຫວ.

ຕາມການຄາດຄະເນຂອງ ສປຊ, ມີ ປຊຊ ນັບລ້ານຄົນຖືກເສຍເຮືອນຊານ ພາຍຫຼັງເຫດແຜ່ນດິນໄຫວທີ່ມີຄວາມແຮງ 7.8 ອົງສາຣິກແຕ ແລະ ເຮັດໃຫ້ເຂດຊຸມຊົນຢູ່ທາງທິດໃຕ້ ປະເທດ ຕວກກີ ແລະ ທິດເໜືອປະເທດ ຊີຣີ ເກືອບທັງໝົດຖືກພັງທະລາຍ,  ແລະ ໄລ່ມາຮອດຈຸດເວລານີ້ ໄດ້ເຮັດໃຫ້ ປຊຊ ຢ່າງໜ້ອຍສຸດ 33.000 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ