ປະເທດຕ່າງໆຝາກໂທລະເລກອວຍພອນເຖິງຫວຽດນາມໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍພາກໃຕ້

ປະເທດຕ່າງໆຝາກໂທລະເລກອວຍພອນເຖິງຫວຽດນາມໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍພາກໃຕ້ - ảnh 1
ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Putin
(ພ​າບ: AFP/TTXVN)

​(vovworld) - ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Putin ​ໄດ້ ຝາກ​ໂທລະ​ເລກ​ອວຍພອນ​ເຖິງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ. ​ໃນ​ໂທລະ​ເລກ, ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Putin ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ບົນ​ພື້ນ​ຖານມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ຂອງ​ອະດີດຕະການ, ສອງ​ຝ່າຍ​ຈະ​ສືບ​ຕໍ່​ພັດທະນາ​ສາຍ​ພົວພັນ​ທຸກ​ດ້ານ​ຢ່າງ​ແຮງ.

        ວັນ​ທີ 29/4, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈຸມມະ​ລີ​ ​ໄຊ​ຍະ​ສອນ, ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ​ທຳ​ມະ​ວົງ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ​ຕູ້ ​ໄດ້​ຝາກ​ໂທລະ​ເລກ​ອວຍພອນ​ເຖິງ ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ. ​ໂທລະ​ເລກ​ຢືນຢັນ​ວ່າ​ໄຊຊະນະ 30/4 ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ລາວ​ ກໍ່​ຄື​ປະຊາຊົນ​ຜູ້​ຮັກຫອມ​ສັນຕິພາບ​ໃນ​ທົ່ວ​ໂລກອີກ​ດ້ວຍ, ມັນ​ໄດ້​ສ້າງ​ກາລະ​ໂອກາດ​ທີ່​ສຳຄັນ​​ເພື່ອໃຫ້ການ​ຕໍ່ສູ້​ຂອງ​ປະຊາຊົນ​ລາວ​ໄດ້​ຮັບ​ໄຊຊະນະ,ສ້າງ​ເປັນ​ປະ​ເທດ ສປປ ລາວ​ໃນ​ວັນ​ທີ 2/12/1975.

ຂ່າວ/ບົດ​ອື່ນ