ປະເທດຕ່າງໆເພີ່ມທະວີການເຄື່ອນໄຫວຕ້ານກໍ່ການຮ້າຍ

(VOVWORLD) - ລະກໍ່ໃນວັນດຽວກັນ, ວົງການເຈົ້າໜ້າທີ່ ອີຢິບ ໄດ້ປະຕິບັດຕາມຄຳຕັດສິນປະຫານຊີວິດສຳລັບ 15 ເປົ້າໝາຍທີ່ໄດ້ບຸກໂຈມຕີບັນດາກຳລັງປ້ອງກັນຄວາມສະຫງົບໃນແຫຼມ Sinai.
ປະເທດຕ່າງໆເພີ່ມທະວີການເຄື່ອນໄຫວຕ້ານກໍ່ການຮ້າຍ - ảnh 1ພາບປະກອບ

ວັນທີ 26 ທັນວາ, ວົງການເຈົ້າໜ້າທີ່ ຕວກກີ ໃຫ້ຮູ້ວ່າ: ກຳລັງປ້ອງກັນຄວາມສະຫງົບ ຕວກກີ ໄດ້ຈັບຕົວ 12 ຄົນທີ່ຖືກລະແວງສົງໄສວ່າມີສ່ວນກ່ຽວຂ້ອງເຖິງອົງການ IS ໃນບັ້ນຮົບຕ້ານການກໍ່ການຮ້າຍຢູ່ແຂວງ Adana, ທາງພາກໃຕ້ຂອງປະເທດນີ້. ໃນຊຸມປີມໍ່ໆມານີ້, ຕວກກີ ຕ້ອງປະເຊີນໜ້າກັບເຫດບຸກໂຈມຕີກໍ່ການຮ້າຍຫຼາຍຄັ້ງທີ່ກ່ຽວຂ້ອງເຖິງກຸ່ມທະຫານຊາວ Kurd ແລະ ທະຫານແຕກທັບອິດສະລາມຄື IS. ເພື່ອຮັບມື, ບັນດາກຳລັງປ້ອງກັນຄວາມສະຫງົບ ຕວກກີ ໄດ້ຈັດຕັ້ງບັ້ນຮົບໃນທົ່ວປະເທດເປັນປະຈຳ.

        ແລະກໍ່ໃນວັນດຽວກັນ, ວົງການເຈົ້າໜ້າທີ່ ອີຢິບ ໄດ້ປະຕິບັດຕາມຄຳຕັດສິນປະຫານຊີວິດສຳລັບ 15 ເປົ້າໝາຍທີ່ໄດ້ບຸກໂຈມຕີບັນດາກຳລັງປ້ອງກັນຄວາມສະຫງົບໃນແຫຼມ Sinai. ເຫດການເກີດຂຶ້ນພາຍຫຼັງ 1 ອາທິດທີ່ພວກທະຫານກະບົດຂຶ້ນກັບອົງການ IS ນຳໃຊ້ລູກສອນໄຟຕ້ານລົດຖັງບຸກໂຈມຕີເຮືອບິນ ເອລີກອບແຕ ຢູ່ສະໜາມບິນທາງທິດເໜືອ Sinai ໃນຂະນະທີ່ບັນດາລັດຖະມົນຕີປ້ອງກັນປະເທດ ແລະ ລັດຖະມົນຕີກະຊວງພາຍໃນ ອີຢິບ ພວມຢ້ຽມຢາມປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ