ປະເທດຕ່າງໆເຫັນດີຮ່ວມມືໃນການຈັດວາງຄຳສັ່ງລົງໂທດສປປ.ເກົາຫຼີ

ປະເທດຕ່າງໆເຫັນດີຮ່ວມມືໃນການຈັດວາງຄຳສັ່ງລົງໂທດສປປ.ເກົາຫຼີ - ảnh 1
​ສ​ປ​ປ.ເກົາ​ຫຼີ ຍິງ​ລ​ູກ​ສ​ອນ​ໄຟ​ໄລ​ຍະ​ໄກ​ນຳ​ດາວ​ທຽມ
(ພາບ: KCNA)

(vovworld) –​ ​ ​ວັນ​ທີ 18/02, ບັນ​ດາ​ເ​ຈົ້າ​ໜ້າ​ທີກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ ໃຫ້​ຮູ້​ວ່າ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດນ​ີ້ ແລະ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຝ​ລັ່ງ​ໄດ້​ເຫັນ​ດີ​ນຳ​ກັນ​ຮ່​ວມ​ມື​ນຳ​ກັນ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ຮັບ​ຮອງ​ເ​ອົາ​ມະ​ຕິ​ສະ​ບັບໃໝ່​ຂອງ​ສ​ະ​ຫະ​ປະ​ຊາ​ຊາດ ເພື່ອ​ແນ​ໃສ່​ຈັດ​ວາງ​ບັນ​ດາ​ຄຳ​ສັ່ງ​​ເຫດ​ທົດ​ຕ້ານ​ສ​ປ​ປ.ເກົາ​ຫຼີ ພາຍ​ຫຼັງ​ການ​ໂທ​ດ​ລອງ​ນິວ​ເຄຼ​ຍ ແລະ ຍິງ​ລູກ​ສອນ​ໄຟ​ຫວ່າງ​ແລ້ວນີ້​ຂອງ​ພຽງ​ຢາງ. ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ Fumio Kishida ກໍ​ສະ​ເໜີ​ກັບ​ຄູ່​ ຕຳ​ແໜ່ງ​ຝ​ລັ່ງ Jean Marc Ayrault ສະ​ໜັບ​ສະ​ໜູນ​ເມື່ອ​ຍີ່​ປຸ່ນ ຈັດ​ກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກຸ່ມ 7 ປະ​ເທດ​ອຸດ​ສາ​ຫະ​ກຳ​ອັນ​ດັບ​ໜຶ່ງ​​ຂອງໂລກ (ຈ​ີ 7) ຢູ່​ນະ​ຄອນ Hiroshima ໃນ​ເດືອນ 04 ຈະ​ມາ​ເຖິງ. ສ່ວນ​ທ່ານ Ayrault ຢືນ​ຢັນ​ວ່າ, ຝ​ລັ່ງ​ ມີ​ຄວາມ​ຫວັງ​ຊຸກ​ຍູ້​ການ​ພົວ​ພັນ​ກັບ​ຍີ່​ປຸ່ນ.

      ແລະ​ກໍ​ໃນ​ວັນ​ທີ 18/02, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ໄດ້ໃຫ້​ສັດ​ຕະ​ຍາ​ບັນ​ຮ່າງ​ກົດ​ໝາຍ​ເພີ່ມ​ທະ​ວີ​ການ​ລົງ​ໂທດ​ສ​ປ​ປ.ເກົາ​ຫຼີ ພາຍ​ຫຼັງ​ປະ​ເທດນີ້​ດຳ​ເນີນ​ການ​ທົດ​ລອ​ງ​ນິວ​ເຄຼຍ ແລະ ຍິງ​ລ​ູກ​ສ​ອນ​ໄຟ​ໄລ​ຍະ​ໄກ​ນຳ​ດາວ​ທຽມ.

ຂ່າວ/ບົດ​ອື່ນ