ປະເທດອາເມລິກາ ສະເຫລີມສະຫລອງ 12 ປີແຫ່ງເຫດການ 11/9

ປະເທດອາເມລິກາ ສະເຫລີມສະຫລອງ 12 ປີແຫ່ງເຫດການ 11/9 - ảnh 1


(vovworld)- ວັນ​ທີ 11/9, ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພ່ືອ​ອາ​ໄລ​ຫາ​ບັນດາ​ຜູ້​ຖືກ​ເສຍ​ຊີ​ວິດ​ໃນ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າ​ຍ​ເມື່ອ​ວັນ​ທີ 11/9 ທີ່​ເກີດ​ຂຶ້ນ​ກ່ອນ​ນີ້ 12 ປີ ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ຫລາຍ​ນະຄອນ​​ໃນ​ທົ່ວ​ປະ​ເທດ ອາ​ເມ​ລິ​ກາ. ຢູ່ ນິວຢອກ, ມີ​ກວ່າ 1000 ຄົນ​ໄດ້​ເຕົ້າ​ໂຮມ​ຢູ່​ອະນຸສາວະລີ​ແຫ່ງ​ຊາດ ຊື່​ງ​ໄດ້​ຮັບ​ການ​ກໍ່ສ້າງ​ຢູ່​ບໍລິ​ເວນ​ຊື່​ງກ່ອນ​ນີ້​ແມ່ນ​ສູນ​ການ​ຄ້າ​ໂລກ​ຖືກ​ບຸກ​ໂຈມ​ຕີ​ໃນ​ເຫດການ​ວັນ​ທີ 11/9/2001 ​ເພື່ອ​ອ່ານ​ຊື່, ອາ​ໄລ​ຫາ​ຜູ້​ຖືກ​​ເສຍ​ຊີວິດ​ໃນ​ເຫດການ​ດັ່ງກ່າວ. ສ່ວນ​ຢູ່ ວໍ​ໍຊິງ​ຕັນ, ປະທານາທິບໍດີ ອາ​ເມ​ລິ​ກາ Brack Obama ພ້ອມ​ກັບ​ຮອງ​ປະທານາທິບໍດີ ອາ​ເມ​ລິ​ກາ Joe Biden ​ເຂົ້າ​ຮ່ວມ​ພິທີ​ອາ​ໄລ​ຫາ​ຂອງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຢູ່​ທຳນຽບຂາວ ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມລິກາ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Obama ​ໄດ​້ຮຽກຮ້ອງ​ປະຊາຊົນ ອາ​ເມ​ລິ​ກາ ຈົ່ງ​ສາ​ມັກ​ຄີ​​ເພື່ອ​ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ປະ​ເທດ​ຊາດ. ພິທີ​ອາ​ໄລ​ຫາ​ດຳ​ເນີນ​ໄປ​ຢູ່​ນະຄອນອື່ນ​ບາງ​ແຫ​່ງ​ຂອງ​ປະ​ເທດ​ອາ​ເມ​ລິ​ກາ ກໍ​ຄື​ດຳ​ເນີນ​ຢູ່​ຖານ​ທີ່​ໝັ້ນ​ການ​ທະຫານ​ຂອງ​ອາ​ເມ​ລິ​ກາ​​ຢູ່​ຕ່າງປະ​ເທດ.

 

 

 

 

ຂ່າວ/ບົດ​ອື່ນ