ປະເທດອາເມລິກາສະເຫລີມສະຫລອງວັນຊາດໃນເງື່ອນໄຂເພີ່ມທະວີການປ້ອງກັນຄວາມສະຫງົບ

ປະເທດອາເມລິກາສະເຫລີມສະຫລອງວັນຊາດໃນເງື່ອນໄຂເພີ່ມທະວີການປ້ອງກັນຄວາມສະຫງົບ - ảnh 1
ອາ​ເມ​ລິ​ກາ​ເພີ່ມ​ທະ​ວີການ​ປ້ອງ​ກັນ​ຄວາມ​ສະ​ຫງົບ
​ພາບ:internet

(vovworld)- ​ວັນ​ທີ 4/7, ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫລີມ​ສະ​ຫລອງວັນ​ຊາດ​ອາ​ເມ​ລິ​ກາ ດຳ​ເນີນ​ໃນ​ສະ​ພາບ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບໄດ້​ຮັບ​ການເພີ່ມ​ທະ​ວີ​​ຢູ່​ໃນ​ລະ​ດັບ​ສູງ​ ພາຍ​ຫລັງ​ເກີດ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ທີ່​ນອງ​ເລືອດ​ຫວ່າງ​ແລ້ວນີ້ ຢູ່ ອີ​ຣັກ, ຕວກ​ກີ ແລະ ບັງ​ກະ​ລາ​ແທດ. ທີ່​ນິວຢອກ ມີ​ຕຳ​ຫລວດກວ່າ 2000 ຄົນ ໄດ້ເພີ່ມ​ທະ​ວີ​ການ​ຜັນ​ຂ​ະ​ຫຍາຍ​ການປະ​ຕິ​ບັດ​ຫນ້າ​ທີ່​ລາດ​ຕະ​ເວນ, ໃນ​ຂະ​ນະ​ນັ້ນ ຢູ່ Chicago ​ມີກວ່າ 5000 ຄົນ. ໃນ​ຊຸມມື້ນີ້, ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື​່ອ​ສະ​ເຫລີມ​ສະ​ຫລອງ ວັນ​ຊາດ ອາ​ເມ​ລິ​ກາ ຄື: ​ການຍິງບັ້ງ​ໄຟ​ດອກ, ​ການເດີນ​ຂະ​ບວນ, ​ການຕັ້ງ​ຄ້າຍ, ແຂ່ງ​ຂັນ​ເຮັດ​ເຂົ້າ​ຫນົມ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ນັບ​ລ້ານໆ​ຄົນ. ໃນ​ຂະ​ນະ​ນັ້ນ, ​ທີ່ກົມ​ຮັກ​ສາ​ສຳ​ເນົາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຢູ່​ນະ​ຄ​ອນ​ຫລວງ ວໍ​ຊິງ​ຕັນ ໄດ້​ຈັດ​ການ​ເຄື່ອນ​ໄຫວວາດ​ພາບ​ເຖິງ​ພິ​ທີ​ອ່ານ​ປະ​ກາດ​ຖະ​ແຫລງ​ເອ​ກະ​ລາດ​ປີ 1776. ນອກນັ້ນ ຢູ່ ທຳ​ນຽບ​ຂາວ ກໍ​ໄດ້​ຈັດ​ລາຍ​ການ​ສະ​ແດງສິ​ລະ​ປະ​ເພື່ອ​ສະ​ເຫລີມ​ສະ​ຫລອງ​ວັນ​ຊາດ​ຂອງ​ອາ​ເມ​ລິ​ກາ.

 

ຕອບກັບ

ຂ່າວ/ບົດ​ອື່ນ