ປະເພດກິລາໂດດນ້ຳຈະມອບຫຼຽນຄຳທຳອິດຢູ່ Sea Games 31

(VOVWORLD) -ທີ່ Sea Games 31, ປະເພດກິລາໂດດນ້ຳ ແມ່ນປະເພດກິລາແຂ່ງຂັນທຳອິດທີ່ຈະມອບຫຼຽນກ່ອນພິທີໄຂ.
ປະເພດກິລາໂດດນ້ຳຈະມອບຫຼຽນຄຳທຳອິດຢູ່ Sea Games 31 - ảnh 1

ເຖິງວ່າຮອດ ຕອນຄ່ຳວັນທີ 12 ພຶດສະພາ, ພິທີໄຂ Sea Games 31 ຈຶ່ງຈະໄຂຂຶ້ນ, ແຕ່ມີບາງປະເພດກິລາໄດ້ດຳເນີນການແຂ່ງຂັນມາກ່ອນ, ຍິ່ງໄປກວ່ານັ້ນແມ່ນຈະຈົບລົງກ່ອນ. ຕາມຕາຕະລາງແຂ່ງຂັນແລ້ວ, Sea Games 31 ເລີ່ມແຂ່ງຂັນແຕ່ວັນທີ 06 ພຶດສະພາ 2022 ດ້ວຍປະເພດກິລາບານເຕະ (ຊາຍ) ແລະ handball ຫາດຊາຍ (ຊາຍ).

        ທີ່ Sea Games 31, ປະເພດກິລາໂດດນ້ຳ ແມ່ນປະເພດກິລາແຂ່ງຂັນທຳອິດທີ່ຈະມອບຫຼຽນກ່ອນພິທີໄຂ. ຕາມຕາຕະລາງແຂ່ງຂັນ, ປະເພດກິລາໂດດນ້ຳ ຈະດຳເນີນແຕ່ວັນທີ 08 – 11 ພຶດສະພາ, ປະເພດກິລານີ້ມີ 8 ເນື້ອໃນ ໂດຍມີການເຂົ້າຮ່ວມຂອງ 7 ປະເທດ ລວມມີ: ມາເລເຊຍ, ໄທ, ກຳປູເຈຍ, ອິນໂດເນເຊຍ, ສິງກະໂປ, ຟີລິບປິນ ແລະ ຫວຽດນາມ.

ປະເພດກິລາໂດດນ້ຳຈະມອບຫຼຽນຄຳທຳອິດຢູ່ Sea Games 31 - ảnh 2Vovinam ແມ່ນປະເພດກິລາຕີມວຍໜຶ່ງດຽວໄດ້ຮັບການຄັດເລືອກເຂົ້າຮ່ວມການສະແດງຂອງພາກຕົ້ນຕໍ
(ພາບປະກອບ: VGP)

        ສ່ວນໃນພິທີໄຂ Sea Games 31 ຈະດຳເນີນໃນຕອນຄ່ຳວັນທີ 12 ພຶດສະພາ, ຢູ່ສະໜາມກິລາແຫ່ງຊາດ ມີ້ດິ່ງ, ຮ່າໂນ້ຍ Vovinam ແມ່ນປະເພດກິລາຕີມວຍໜຶ່ງດຽວໄດ້ຮັບການຄັດເລືອກເຂົ້າຮ່ວມການສະແດງຂອງພາກຕົ້ນຕໍ. ປະເພດກິລາ Vovinam ຂອງ Sea Games 31 ຈະດຳເນີນແຕ່ວັນທີ 18 – 22 ພຶດສະພາ ຢູ່ໂຮງແຂ່ງຂັນກິລາເມືອງ ຊອກເຊີນ (ຮ່າໂນ້ຍ) ດ້ວຍການເຂົ້າຮ່ວມຂອງ 7 ປະເທດແມ່ນ: ກຳປູເຈຍ, ອິນໂດເນເຊຍ, ຟີລິບປິນ, ສິງກະໂປ, ລາວ, ໄທ ແລະ ປະເທດເຈົ້າພາບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ