ປະແລດສະຕິນຮັບຮອງເອົາບັນດາມາດຕະການໂຕ້ຕອບອິດສະຣາແອນ

ປະແລດສະຕິນຮັບຮອງເອົາບັນດາມາດຕະການໂຕ້ຕອບອິດສະຣາແອນ - ảnh 1
ທະຫານ ອິດສະຣາແອນ ຈັບຕົວຊາວ ປາແລດສະຕີນ ຢູ່ບ້ານ Der Samet ເມື່ອວັນທີ 24/4
(ພາບ: AFP/TTXVN)

(​vovworld) – ວັນ​ທີ 28/4, ບັນ​ດາ​ເຈົ້າ​ໜ້າ​ທີ​ຂັ້ນ​ສູງຂອງ​ອົງການ​ປົດ​ປ່ອຍ ປາ​ແລດ​ສະຕິນ (PLO) ​ໃຫ້​ຮູ້​ວ່າ: ສະພາ​ສູນ​ກາງ​ຂອງ​ອົງການ​ນີ້​ໄດ້​ຮັບຮອງ​ເອົາ​ບັນດາ​ມະ​ຕິ​ເພື່ອ​ໂຕ້​ຕອບ ອິດສະຣາ​​ແອນ. PLO ຕົກລົງ​ເພີ່ມ​ທະວີ​ຄວາມ​ມານະ​ຍາ​ຍາມ​ເພື່ອ​ແນ​ໃສ່​ຊອກ​ຫາ​ທີ່​ຕັ້ງ​ບົດບາດຂອງ​ລັດ ຜ່ານ​ການ​ເຊັນສັນຍາ​ສາກົນ​​ເປັນ​ສະມາຊິກ ສປຊ  63 ສະບັບ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຂໍ້ຕົກລົງ​ຂໍເຂົ້າ​ຮ່ວມ ສປຊ ຍັງ​ລໍ​ຖ້າ​ການ​ຮັບຮອງ​ເອົາ​ຈາກ​ທ່ານ​ປະທານາທິບໍດີ Mahmoud Abbas. ຄຽງ​ຄູ່​ກັນ​ນັ້ນ, PLO ຮຽກຮ້ອງ​ໃຫ້ ສະພາ​ຄວາມ​ໝັ້ນຄົງ ​ແລະ ສະມັດຊາ​ໃຫຍ່ ສປຊ ກ່າວ​ປະນາມ ອິດສະຣາ​ແອນ ກໍ່ສ້າງ​ເຂດ​ຕັ້ງ​ຖີ່​ນຖານ​ຄົງ​ທີ່, ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວຕ້ານ ປາ​ແລດ​ຕິນ ຢູ່ Jerusalem ​ແລະ ກໍ່​ຜົນ​ເສຍ​ຫາຍ​​ໃຫ້​ບັນດາໂບດ​ຂອງ​ຊາວ​ຄິດ ​ແລະ ​ໂບດຂອງ​ຊາວ​ອິດສະ​ລາມ.

    ການ​ກະທຳ​ຂອງ PLO ຖືກ​ດຳ​ເນີນ​ພາຍຫຼັງທີ່ ອິດສະຣາ​ແອນ ​​ໂຈະ​ການ​ເຈລະຈາ​ສັນຕິພາບ​ໃນ​ທ້າ​ຍອາທິດ​ຜ່ານ​ມາ​ພາຍຫຼັງ​ຂະ​ບວນການ Fatah ຂ​ອງທ່ານ​ປະທານາທິບໍດີ ປາ​ແລດ​ສະຕິນ Abbas ​ເຊັນ​ຂໍ້​ຕົກລົງ​​ໄກ​ເກ່ຍປອງ​ດອງ​ກັບ​ຂະ​ບວນການ Hamas. 2 ຝ່າຍ​ໄດ້​ໂຕ້​ຕອບ​ກັນ​​ກ່ຽວ​ກັບການ​ທູດຢ່າງ​ລຽນຕິດ​ ພາຍຫຼັງ​ທີ່ ອິດສະຣາ​ແອນ ປະຕິ​ເສດ​ດຳ​ເນີນ​ການ​ມອບ​ສົ່ງ​ນັກ​ໂທດ ປາ​ແລດ​ສະຕິ​ນ ຕາມ​ແຜນການ​ເລີ່​ມ​ດຳ​ເນີນ​ການ​ເຈລະຈາ​ສັນຕິພາບຄືນ​ໃໝ່​ຢູ່ ຕາ​ເວັນ​ອອກ​ກາງ.


ຂ່າວ/ບົດ​ອື່ນ