ປາກິດສຖານ ຕີລາຄາສູງ ສະພາບແວດລ້ອມ ດ້ານການເມືອງ - ສັງຄົມ ທີ່ໝັ້ນຄົງຂອງຫວຽດນາມ

ປາກິດສຖານ ຕີລາຄາສູງ ສະພາບແວດລ້ອມ ດ້ານການເມືອງ - ສັງຄົມ ທີ່ໝັ້ນຄົງຂອງຫວຽດນາມ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ປາ​ກິດສຖານ ຫງວຽນ​ຊວນ​ລິວ
ແລະ ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດປາ​ກິ​ດສຖານ
(ພາບ: vietnamplus.vn)


(vovworld) – ວັນ​ທີ 14/10, ທີ່​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ປາ​ກິດສຖານ ຫງວຽນ​ຊວນ​ລິວ ທີ່ມາ​ຮັບ​ໜ້າ​ທີ່​ໃໝ່, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດປາ​ກິ​ດສຖານ Aizaz Ahmad Chaudhry ​ໄດ້​ສະ​ແດງ​ຄວາມ​ເຄົາລົບ​ຕໍ່​ປະທານ​ໂຮ່ຈິ​ມິນ ​ແລະ ​ໃຫ້​ຮູ້​ວ່າ, ທ່ານ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ໝາກຜົນ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ຕີ​ລາຄາ​ສູງ​ສະພາບ​ແວດ​ລ້ອມ​ດ້ານ​ການ​ເມືອງ - ສັງຄົມ​ທີ່​ໝັ້ນຄົງ​ຂອງ​ຫວຽດນາມ. ທ່ານ​ກໍ່​ຢືນຢັນ​ວ່າ ການ​ພົວພັນ​ຮ່ວມ​ມື​ເພື່ອ​ພັດທະນາໃນ​ທຸກ​ຂົງ​ເຂດລະຫວ່າງ 2 ປະ​ເທດ​ຍັງ​ມີ​ຄວາມ​ສາມາດ​ບົ່ມຊ້ອນ​ຫຼາຍ​ຢ່າງຢູ່​​, ​ໂດຍ​ສະ​ເພາະ​ແມ່ນດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການທ່ອງທ່ຽວ. ຕາມທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດປາ​ກິ​ດສຖານ ​ແລ້ວ, ນອກຈາກ​ບັນດາ​ສິນ​ຄ້າ​ທີ່​ເປັນ​ມູນ​ເຊື້ອ​ແລ້ວ, ປະ​ຈຸບັນ​ປາ​ບາ​ຊາ ຂອງ​ຫວຽດນາມ ພວມ​ໄດ້​ນຳ​ເຂົ້າ​ດ້ວຍ​ປະລິມານ​ຫຼາຍ ​ແລະ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກຕະຫຼາດຜູ້ອຸປະ​ໂພກປາ​ກິດສຖານ.

ຂ່າວ/ບົດ​ອື່ນ