ປາກິດສະຖານ ປິດປະຕູດ່ານຊາຍແດນຕົ້ນຕໍກັບ ອາບການິດສະຖານ

(VOVWORLD) - ວັນທີ 19 ຕຸລາ, ກະຊວງການຕ່າງປະເທດ ປາກິດສະຖານ ໃຫ້ຮູ້ວ່າ: ປະເທດນີ້ ໄດ້ປິດປະຕູດ່ານຊາຍແດນຕົ້ນຕໍກັບ ອາບການິດສະຖານ 2 ແຫ່ງ ຕາມການສະເໜີຂອງ Kabul, 
ປາກິດສະຖານ ປິດປະຕູດ່ານຊາຍແດນຕົ້ນຕໍກັບ ອາບການິດສະຖານ - ảnh 1ປາກິດສະຖານ ປິດປະຕູດ່ານຊາຍແດນຕົ້ນຕໍກັບ ອາບການິດສະຖານ  (ພາບ: Reuters)

ແນໃສ່ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ການເລືອກຕັ້ງສະພາແຫ່ງຊາດໃກ້ຈະມາເຖິງຂອງປະເທດບ້ານໃກ້ເຮືອນຄຽງນີ້. ໃນຖະແຫຼງການສະບັບໜຶ່ງ, ກະຊວງດັ່ງກ່າວໄດ້ຊີ້ແຈ້ງວ່າ: “ຕາມການສະເໜີຂອງລັດຖະບານ ອາບການິດສະຖານ, ປາກິດສະຖານ ຕົກລົງປິດປະຕູດ່ານຊາຍແດນຢູ່ Chaman ແລະ Torkham ໃນລະຫວ່າງວັນທີ 19 ແລະ 20 ຕຸລາ. ຂໍ້ຕົກລົງນີ້ໄດ້ຍົກອອກມາ ເພື່ອແນໃສ່ໜູນຊ່ວຍ ອາບການິດສະຖານ  ດຳເນີນການເລືອກຕັ້ງສະພາແຫ່ງຊາດໃກ້ຈະມາເຖິງຂອງປະເທດນີ້ຢ່າງສະດວກ. ຍານພາຫະນະທຸກປະເພດຈະບໍ່ໄດ້ສັນຈອນໄປມາຜ່ານດ່ານຊາຍແດນ 2 ແຫ່ງນີ້ ເວັ້ນເສຍແຕ່ກໍລະນີສຸກເສີນ.

       ອາບການິດສະຖານ ພວມປະເຊີນໜ້າກັບສະພາບການຂາດສະຖຽນລະພາບພວມເພີ່ມຂຶ້ນກ່ອນທີ່ຈະດຳເນີນການເລືອກຕັ້ງສະພາແຫ່ງຊາດ ຊຶ່ງຄາດວ່າຈະດຳເນີນໃນວັນທີ 20 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ