ປາກິດສະຖານ ສະໜັບສະໜູນວິວັດທະນາການສັນຕິພາບຮອບດ້ານຢູ່ອາບການິດສະຖານ

(VOVWORLD) -ປາກິດສະຖານ ສະໜັບສະໜູນວິວັດທະນາການສັນຕິພາບຮອບດ້ານຢູ່ອາບການິດສະຖານ ແລະ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອເປົ້າໝາຍດັ່ງກ່າວ.

ປາກິດສະຖານ ສະໜັບສະໜູນວິວັດທະນາການສັນຕິພາບຮອບດ້ານຢູ່ອາບການິດສະຖານ - ảnh 1 ກອງປະຊຸມຂ່າວຮ່ວມ

(ພາບ:  AFP/TTXVN)

ວັນທີ 19 ພະຈິກ, ທ່ານນາຍົກລັດຖະມົນຕີປາກິດສະຖານ Imran Khan ໄດ້ຍົກອອກຄຳຖະແຫຼງດັ່ງກ່າວທີ່ກອງປະຊຸມຂ່າວຮ່ວມກັບທ່ານປະທານາທິບໍດີອາບການິດສະຖານ Mohammad Ashraf Ghani ໃນຂະນະທີ່ພວມຢ້ຽມຢາມອາບການິດສະຖານ.

        ທ່ານນາຍົກລັດຖະມົນຕີ Imran Khan ເນັ້ນໜັກວ່າ, ການດຳເນີນການຢ້ຽມຢາມໃນຈຸດເວລານີ້ເປັນການສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ລັດຖະບານປາກິດສະຖານ ກ່ຽວກັບພື້ນຖານສັນຕິພາບຢູ່ອາບການິດສະຖານ, ພ້ອມທັງຢືນຢັນວ່າ, ປາກິດສະຖານ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອແນໃສ່ຫຼຸດຜ່ອນສະພາບໃຊ້ຄວາມຮຸນແຮງຢູ່ທີ່ນີ້. ທ່ານນາຍົກລັດຖະມົນຕີ Imran Khan ໄດ້ໃສ່ໃຈວ່າ, ຈຸດປະສົງຂອງການຢ້ຽມຢາມແມ່ນສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຍູ້ແຮງການພົວພັນກັບອາບການິດສະຖານ.

        ສ່ວນທ່ານປະທານາທິບໍດີອາບການິດສະຖານ Ghani ຢືນຢັນວ່າ, ປະຊາຊົນອາບການິດສະຖານ ປາດຖະໜາຢາກມີຂໍ້ຕົກລົງຢຸດຍິງຢ່າງຮອບດ້ານຍິ່ງໄວກໍ່ຍິ່ງດີ.

ຕອບກັບ

ຂ່າວ/ບົດ​ອື່ນ