ປາກິດສະຖານ ຮຽກຮ້ອງໃຫ້ NATO ຕ້ອງຈ່າຍຄ່າຜ່ານດ່ານ ຊາຍແດນ

 ປາກິດສະຖານ ຮຽກຮ້ອງໃຫ້ NATO ຕ້ອງຈ່າຍຄ່າຜ່ານດ່ານ ຊາຍແດນ - ảnh 1
( ພາບ: http://www.cpv.org.vn)

ວັນ​ທີ 27 ທັນວາ, ທ່ານ​ລັດ​ຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ປາ​ກິດສະຖານ Ahmad Mukhtar ​ໄດ້​ອອກ​ຖະ​ແຫຼ​ງວ່າ​ອົງການ NATO ​ຕ້ອງ​ຈ່າຍ​​ຄ່າ​ຜ່ານ​ດ່ານ​ຊາຍ​ແດນຖ້າ​ຫາກ​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ຜ່ານ​ເຂດ​ດິນ​ແດນ​ຂອງ ປາ​ກິດສະຖານ ​ໄດ້​ຮັບ​ການ​ເຊື່ອມຕໍ່​ຄືນ​ໃໝ່. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່ Sukkur, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດປາ​ກິດສະຖານ Ahmad Mukhtar ​ ​ໃຫ້​ຮູ້​ວ່າ​ຈຳນວນ​ຄ່າ​ທຳນຽມດັ່ງກ່າວ​​ແມ່ນເພື່ອ​ນຳ​ໃຊ້​ສ້ອມ​ແປງ​ທາງ​ຄົມມະນາຄົມ​ທີ່​ຖືກເປ​ເພ​ຍ້ອນ​ລົດ​ຂົງສົ່ງ​​ເຄື່ອງ​ຂອງ ​ແລະ ນ​້ຳມັນ​ຂອງ NATO ກໍ່​ຂື້ນ.

ກ່ອນ​ໜ້າ​ນັ້ນ, ປາ​ກິດສະຖານ ​ໄດ້ອາ​ນຸຍາດ​ໃຫ້ NATO ນຳ​ໃຊ້​ທາງ​ບົກ​ໂດຍ​ບໍ່​ເສຍ​ຄ່າ​ເພື່ອ​ຂົນ​ສົ່ງ​ພະລາທິການ​ໃຫ້​ແກ່​ກຳລັງ NATO, ​ແຕ່​ເສັ້ນທາງ​ນີ້​ຖືກ​ປິດ​ປະຕູ​ພາຍຫຼັງ​ການ​ບຸກ​ຈົມ​ຕີ​ທາງ​ອາກາດ​ຂອງ NATO ​ເຊິ່ງ​ເຮັດ​ໃຫ້​ທະຫານ ປາ​ກິດສະຖານ 24 ຄົນ​ເສຍ​ຊີວິດ .
ຂ່າວ/ບົດ​ອື່ນ