ປາກິດສະຖານ ແລະ ອີຣານ ຟື້ນຟູການພົວພັນຢ່າງເປັນທາງການ

(VOVWORLD) - ປາກິດສະຖານ ແລະ ອີຣານ ອະນຸຍາດໃຫ້ເອກອັກຄະລັດຖະທູດຂອງແຕ່ລະປະເທດໄດ້ກັບຄືນມາສຳນັກງານຢູ່ນະຄອນຫຼວງ Tehran ແລະ Islamabad
ປາກິດສະຖານ ແລະ ອີຣານ ຟື້ນຟູການພົວພັນຢ່າງເປັນທາງການ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir Abdollahian
(ພາບ:ສຳນັກຂ່າວສານຊິນຮວາ/TTXVN)

 

ໃນແຈ້ງການອອກຕອນຄ່ຳວັນທີ 26 ມັງກອນ, ທ່ານ Mumtaz Zahra Baloch, ໂຄສົກກະຊວງການຕ່າງປະເທດ ປາກິດສະຖານ ໃຫ້ຮູ້ວ່າ: ປາກິດສະຖານ ແລະ ອີຣານ ອະນຸຍາດໃຫ້ເອກອັກຄະລັດຖະທູດຂອງແຕ່ລະປະເທດໄດ້ກັບຄືນມາສຳນັກງານຢູ່ນະຄອນຫຼວງ Tehran ແລະ Islamabad, ຟື້ນຟູການພົວພັນສອງຝ່າຍພາຍຫຼັງຄວາມເຄັ່ງຕຶງຫວ່າງມໍ່ໆມານີ້ຢ່າງເປັນທາງການ. ທ່ານ Muhammad Muddasir Tipu, ເອກອັກຄະລັດຖະທູດ ປາກິດສະຖານ ປະຈຳ ອີຣານ ໄດ້ກັບເມືອປະເທດນີ້ໃນອາທິດກ່ອນ ພາຍຫຼັງ ຝ່າຍອີຣານ ໄດ້ດຳເນີນການບຸກໂຈມຕີທາງອາກາດ ເຂົ້າແຂວງ Balochistan ໃນວັນທີ 16 ມັງກອນ, ດ້ວຍຖະແຫຼງການສະກັດກັ້ນບັນດາມືປື່ນກໍ່ການຮ້າຍ. ທ່ານເອກອັກຄະລັດຖະທູດ ອີຣານ ປະຈຳ ປາກິດສະຖານ ກໍ່ມີການປະຕິບັດງານຢູ່ພາຍໃນປະເທດ ກໍ່ບໍ່ກັບຄືນບ່ອນສຳນັກງານເຮັດວຽກ. ນັບແຕ່ເວລານັ້ນ, ປາກິດສະຖານ ໄດ້ໂຈະການພົວພັນການທູດກັບບັນດາບ້ານໃກ້ເຮືອນຄຽງ.

        ປາກິດສະຖານ ແລະ ອີຣານ ພວມພະຍາຍາມນຳການພົວພັນສອງຝ່າຍກັບຄືນສູ່ປົກກະຕິພາຍຫຼັງໄລຍະເຄັ່ງຕຶງຜ່ານມາ. ນອກຈາກເລື່ອງອະນຸຍາດໃຫ້ບັນດາເອກອັກຄະລັດຖະທູດ ໄດ້ກັບຄືນສຳນັກງານເຮັດວຽກ, ສອງຝ່າຍຍັງເຫັນດີເຫັນພ້ອມກາວກັບການຢ້ຽມຢາມ ປາກິດສະຖານຂອງທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir Abdollahian ໃນວັນທີ 29 ມັງກອນ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ