ປາກິດສະຖານ ແລະ ອີຣານ ເຫັນດີເປັນເອກະພາບຫລຸດຜ່ອນສະພາບຄວາມເຄັ່ງຕຶງ

(VOVWORLD) - ບົດສະຫລຸບຫຍໍ້ການໂອ້ລົມທາງໂທລະສັບລະຫວ່າງທ່ານ Jalil Abbas Jilani, ລັດຖະມົນຕີການຕ່າງປະເທດ ປາກິດສະຖານ ແລະ ຄູ່ຕຳແໜ່ງ ອີຣານ ທ່ານ Hossein Amir-Abdollahian ໄດ້ຊີ້ແຈ້ງວ່າ: ລັດຖະມົນຕີການຕ່າງປະເທດ ສອງທ່ານ “ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືຕ້ານກໍ່ການຮ້າຍ
ປາກິດສະຖານ ແລະ ອີຣານ ເຫັນດີເປັນເອກະພາບຫລຸດຜ່ອນສະພາບຄວາມເຄັ່ງຕຶງ - ảnh 1(ພາບປະກອບຈາກ Reuters )

ວັນທີ 19 ມັງກອນ, ປາກິດສະຖານ ແລະ ອີຣານ ໄດ້ເຫັນດີເປັນເອກະພາບຫລຸດຜ່ອນສະພາບຄວາມເຄັ່ງຕຶງ ພາຍຫຼັງສອງຝ່າຍປະຕິບັດການບຸກໂຈມຕີທາງອາກາດຮ້າຍແຮງແນໃສ່ເປົ້າໝາຍແມ່ນພວກທະຫານກະບົດໃນເຂດດິນແດນຂອງກັນໃນອາທິດຜ່ານມາ.

        ບົດສະຫລຸບຫຍໍ້ການໂອ້ລົມທາງໂທລະສັບລະຫວ່າງທ່ານ Jalil Abbas Jilani, ລັດຖະມົນຕີການຕ່າງປະເທດ ປາກິດສະຖານ ແລະ ຄູ່ຕຳແໜ່ງ ອີຣານ ທ່ານ Hossein Amir-Abdollahian ໄດ້ຊີ້ແຈ້ງວ່າ: ລັດຖະມົນຕີການຕ່າງປະເທດ ສອງທ່ານ “ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືຕ້ານກໍ່ການຮ້າຍ ແລະ ບັນດາຂົງເຂດອື່ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ”. ສອງຝ່າຍກໍ່ຕົກລົງຫລຸດຜ່ອນສະພາບຄວາມເຄັ່ງຕຶງ.

        ກ່ອນໜ້ານັ້ນ, ທັງ ອີຣານ ແລະ ປາກິດສະຖານ ລ້ວນແຕ່ໄດ້ດຳເນີນບັນດາການບຸກໂຈມຕີແນໃສ່ບັນດາເປົ້າໝາຍໃນເຂດດິນແດນຂອງກັນເຮັດໃຫ້ຫຼາຍຄົນເສຍຊີວິດ, ໃນນັ້ນມີທັງແມ່ຍິງ ແລະ ເດັກນ້ອຍ. ບັນດາການບຸກໂຈມຕີໄດ້ກໍ່ຄວາມວິຕົກວັງວົນໃຫ້ແກ່ພາກພື້ນ ແລະ ປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ