ປາກິດສະຖານດັບສູນຫົວ​ຫນ້າຂັ້ນສູງຂອງAlQaeda


ປາກິດສະຖານດັບສູນຫົວ​ຫນ້າຂັ້ນສູງຂອງAlQaeda - ảnh 1
ທະ​ຫານ​ກະ​ບົດ Al Qaeda
ພາບ​:AFP

(vovworld)-​ ວັນ​ທີ 6/12, ກອງ​ທັບ​ປາ​ກິ​ສະ​ຖານ ​ປະ​ກາດ​ວ່າ ໄດ້​ດັບ​ສູນ Adnan el Shukrijuma, ຫົ​ວ​ຫນ້າ​ຂັ້ນ​ສູງ​ຂອງ​ເຄືອ​ຂ່າຍ​ກໍ່ກາ​ນ​ຮ້າຍ ສາ​ກົນ Al Qaeda ໃນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ຊື່ງ​ດຳ​ເນີນ​ໃນ​ວັນ​ດຽວ​ກັນ​ຢູ່​ແຂວງ Waziristan ພາກ​ໃຕ້​ປະ​ເທດນີ້. Adnan el Shukrijuma ແມ່ນ​ສະ​ມາ​ຊິກ​ຫລັກ​ແຫລ່ງ​ໃນ​ຄະ​ນະ​ການ​ນຳ​ຂອງ Al Qaeda ແລະ ຮັບ​ຜິດ​ຊອບ​ທຸກ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ອົງ​ການກໍ່​ການ​ຮ້າຍນີ້. ນີ້​ແມ່ນ​​​ສະ​ມາ​ຊິກ​ຂັ້ນ​ສູງ​ສຸດ ຂອງ​ອົງ​ການ Al Qaeda ໂດຍກອງ​ທັບ ປາ​ກິ​ສະ​ຖານ​ດັບ​ສູນ​ໄດ້​ນັບ​ແຕ່ກ​ອ່ນ​ມາ​ຮອດ​ປະ​ຈຸ​ບັນ​.

 

 

ຂ່າວ/ບົດ​ອື່ນ