ປາກິດສະຖານປະຕິເສດການເຂົ້າຮ່ວມກອງປະຊຸມສຸດຍອດປະທານສະພາແຫ່ງຊາດພາກພື້ນອາຊີໃຕ້

ປາກິດສະຖານປະຕິເສດການເຂົ້າຮ່ວມກອງປະຊຸມສຸດຍອດປະທານສະພາແຫ່ງຊາດພາກພື້ນອາຊີໃຕ້ - ảnh 1
ພາບ​ປະ​ກອບ​ຈາກ IPU

(vovworld) – ໃນ​ສະ​ພາບ​ການ​ພົວ​ພັນ 2 ຝ່າຍ​ພວມ​ເກີດ​ບັນ​ຫາຫຼາຍ​ຢ່າງ, ປາ​ກິດ​ສະ​ຖານ ໄດ້​ປະ​ຕິ​ເສດ​ການ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ພາກ​ພື້ນ ອາ​ຊີ ໃຕ້ ຕາມ​ຄຳ​ເຊື້ອ​ເຊີ​ນ​ຂອງ​ສະ​ພາ​ແຫ່ງ​ຊາດ ອິນ​ເດຍ ແລະ ສະ​ຫະ​ພັນ​ລັດ​ຖະ​ສະ​ພາ (IPU). ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ພາກ​ພື້ນ ອາ​ຊີ​ໃຕ້ ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ນະ​ຄອນ Indore, ລັດ Madhya Pradesh ຂອງ​ປະ​ເທດ ອິນ​ເດຍ ແຕ່​ວັນ​ທີ 18 – 19/2 ຈະ​ມາ​ເຖິງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ນຳ​ສະ​ພາ​ແຫ່ງ​ຊາດ​ບັນ​ດາ​ປະ​ເທດ​ຄື: ອາບ​ກາ​ນິດ​ສະ​ຖານ, ບັງ​ກະ​ລາ​ເທ​ດ​, ບູ​ຕານ, ສີລັງ​ກາ ແລະ ບາງ​ປະ​ເທດ​ອື່ນໆ​ອີກ. ທີ່ກອງ​ປະ​ຊຸມນີ້, ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ຈະ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​​ເປົ້າ​ໝາຍ​ພັດ​ທະ​ນາ​ສະ​ຫັດ​ສະ​ວັດ (SDGs) ແລະ ແບ່ງ​ປັນ​ບົດ​ຮຽນ​ກໍ່​ຄື​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າ​ງ​ລັດ​ຖະ​ສະ​ພາ​ປະ​ເທດ​ຕ່າງໆ, ສົມ​ທົບ​ກັນ​ໃນ​ວິ​ວັດ​ການ​ວາງ​ນະ​ໂຍ​ບາຍ ເພື່ອ​ຫັນ​ບັນ​ດາ​ເປົ້າໝາຍ​ພັດ​ທະ​ນາ​ພາກ​ພື້ນ ແລະ ທົ່ວ​ໂລກ​ເປັນ​ລະ​ບອບ​ລະ​ບຽບ​ການ.


ຂ່າວ/ບົດ​ອື່ນ