ປາກິດສະຖານແລະອິນເດຍເຫັນດີຫຼຸດຜ່ອນຄວາມເຄັ່ງຕຶງ

ປາກິດສະຖານແລະອິນເດຍເຫັນດີຫຼຸດຜ່ອນຄວາມເຄັ່ງຕຶງ - ảnh 1
(ພາບ​ປະ​ກອບ: EPA/TTXVN)

(vovworld) - ​​ວັນ​ທີ 03/10, ທີ່​ປຶກ​ສາ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ການ​ຕ່າງ​ປະ​ເທດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິດ​ສະ​ຖານ ທ່ານ Sartaj Aziz ໃຫ​້​ຮູ້​ວ່າ, ປະ​ເທດນີ້ ແລະ ອິນ​ເດຍ ໄດ້​ເຫັນ​ດີ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງພາຍ​ຫຼັງທີ່​ປຶກ​ສາ​ແຫ່ງ​ຊາດ​ຂອງ 2 ປະ​ເທດ​ມີ​ການ​ໂ​ອ້​ລົມ​ທາງ​ໂທ​ລະ​ສັບນຳ​ກັນ. ນີ້​ແມ່ນ​ການ​ໂ​ອ້​ລົມ​ສົນ​ທະ​ນາ​ຄັ້ງ​ທຳ​ອິດ​ລະ​ຫວ່າງ 2 ປະ​ເທດ ພາຍ​ຫຼັງ​ເຫດ​ບຸກ​ໂຈມ​ຕີ​ທີ່ນອງ​ເລືອດ​ຢູ່ Uri, ອິນ​ເດຍ ແລະ ບັນ​ດາ​ການ​ໂຕ້​ຕອບ​ຂອງ​ອິນ​ເດຍ ແນ​ໃສ່​ບັນ​ດາ​ສະ​ຖານ​ທີ່​ປຸກ​ລະ​ດົມ​ການ​ບຸກ​ໂຈ​ມ​ຕີກໍ່​ການ​ຮ້າຍ​ຢູ່​ລຽບ​ຕາມ​ເຂດ​ຄວບ​ຄຸມ (LoC). ການ​ໂ​ອ້​ລົມ​ທາງ​ໂທ​ລະ​ສັບລະ​ຫວ່າງ​ທີ່​ປຶກ​ສາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ອິນ​ເດຍ ທ່ານ Ajit Dpval ແລະ ຄູ່​ຮ່ວມ​ຕຳ​ແໜ່ງ Nasir Janjua ຂອງ​ປາ​ກິດ​ສະ​ຖານ ຖຶກ​ດຳ​ເນີນ​ພາຍ​ຫຼັງ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ 2 ປະ​ເທດ​ຢູ່ LoC ຫວ່າງມໍ່ໆ​ນີ້. ທີິ່​ປຶກ​ສາ 2 ທ່ານ​ໄດ້​ເຫັນ​ດີ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕ​ຶງຢູ່​ເຂດນີ້. ທ່ານ Aziz ໃຫ້​ຮ​ູ້​ຕື່ມ​ອີກວ່າ ປາ​ກິດ​ສະ​ຖານ ຢາກ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່ LoC ແລະ ສຸມ​ໃສ່​ເຂົ້າ​ໃນ​ບັນ​ຫາ Kashmir.

ຂ່າວ/ບົດ​ອື່ນ