ປາກີສະຖານ ທັບມ້າງກົນອຸບາຍ ບຸກໂຈມຕີກໍ່ການຮ້າຍຢູ່ Karachi

ປາກີສະຖານ ທັບມ້າງກົນອຸບາຍ ບຸກໂຈມຕີກໍ່ການຮ້າຍຢູ່ Karachi - ảnh 1

(ພາບ:news.chodientu.vn)

(TTX)- ວັນ​ທີ 5/10, ​ວົງ​ການ​ເຈົ້າໜ້າ​ທີ່ປາ​ກີ​ສະຖານ ​ໄດ້​ໃຫ້​ຮູ້​ວ່າ: ອົງການ​ປະຕິບັດ​ກົດໝາຍ​ປະ​ເທດ​ນີ້​ຫາ​ກໍ່​ທັບ​ມ້າງກົນອຸບາຍ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່ນະຄອນ​ທ່າ​ກຳ​ປັ່ນ Karachi ທາງ​ພາກ​ໃຕ້ປາ​ກີ​ສະຖານ  ​ແລະ ຈັບ​ຕົວ Mehmood Babar ຫົວໜ້າ​ທ້ອງ​ຖິ່ນຂອງ​ກຸ່ມ​ຫົວ​ຮຸນ​ແຮງ Lashkar e Jhangvi ຊື່​ງ​ເຄີຍ​ຖືກ​ເກືອດ​ຫ້າມ​ເຄື່ອນ​ໄຫວ ​ແລະ ສະມາຊິກອື່ນອີກ 6 ຄົນ​ໃນ​ກຸ່ມ​ນີ້. ກົມ​ສືບສວນ​ອາດ​ຊະ​ຍາ​ກຳ​ປາ​ກີ​ສະຖານ ​​ໄດ້ຄົ້ນພົບ​ອາວຸດ, ລູກ​ຈະ​ຫຼວດ, ທາດ​ລະ​ເບີດ, ປືນ...ຢູ່​ບ່ອນ​ທີ່ບັນດາ​ຜູ້​ຖືກ​ສົງ​ໃສ​ລີ້​ຊ້ອນ. ບັນດາ​ຕົວ​ການ​ດັ່ງກ່າວ​ໄດ້​ຂຶ້ນ​ແຜນການ​ບຸກ​ໂຈມ​ຕີ​​ຄຸກ​ແຫ່ງ 1 ຢູ່​ໃຈກາງ​ນະຄອນ Karachi ​ເພື່ອ​​ປ່ອຍຕົວ​ບັນດາ​ນັກ​ໂທດ​ແມ່ນ​ສະມາຊິກ​ກຸ່ມ Lashkar e Jhangvi  ຖືກ​ຈັບ​ຕົວ​ຄຸມ​ຂັງ​ຍ້ອນ​ເຂົ້າຮ່ວມ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຄັ້ງຕ່າງໆ.

ຂ່າວ/ບົດ​ອື່ນ