ປາ​ຈາ, ປາບາ​ຊາ ຫວຽດ​ນາມ ​ສາ​ມາດ​ຢຶດ​ຄອງຕະຫຼາດ ອົດ​ສະ​ຕາ​ລີ

(VOVWORLD) - ປັດຈຸບັນ, ປາຈາ, ປາບາຊາ ຂອງ ຫວຽດນາມ ພວມແມ່ນປະເພດສິນຄ້າສາມາດຢຶດຄອງຕະຫຼາດເກືອບທັງໝົດຢູ່ ອົດສະຕາລີ ແລະ ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກຂອງປະເທດນີ້.
ປາ​ຈາ, ປາບາ​ຊາ ຫວຽດ​ນາມ ​ສາ​ມາດ​ຢຶດ​ຄອງຕະຫຼາດ ອົດ​ສະ​ຕາ​ລີ - ảnh 1ລາຍການສ້າງເຄື່ອງໝາຍການຄ້າ ແລະ ພັດທະນາຕະຫຼາດ ປາຈາ, ປາບາຊາ ຫວຽດນາມ ຢູ່ຕະຫຼາດ ອົດສະຕາລີ

ເພື່ອປັບປຸງທີ່ຕັ້ງບົດບາດ ແລະ ຂະຫຍາຍຕະຫຼາດ, ວັນທີ 20 ພະຈິກ, ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ແລະ ອົງການການຄ້າ ຫວຽດນາມ ປະຈຳ ອົດສະຕາລີ ໄດ້ປຸກລະດົມລາຍການສ້າງເຄື່ອງໝາຍການຄ້າ ແລະ ພັດທະນາຕະຫຼາດ ປາຈາ, ປາບາຊາ ຫວຽດນາມ ຢູ່ຕະຫຼາດ ອົດສະຕາລີ. ກ່າວຄຳເຫັນຢູ່ເຫດການນີ້, ທ່ານ ຫງວຽນເຕິດແທັ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ຢືນຢັນວ່າ:

“ໄລ່ມາຮອດປັດຈຸບັນ, ປາຈາ ແລະ ປາບາຊາ ມີຊື່ສຽງ ແລະ ໄດ້ຮັບຄວາມນິຍົມບໍລິໂພກຢູ່ ອາເມລິກາ, ເອີຣົບ, ຍີ່ປຸ່ນ ແລະ ປະເທດອື່ນໆ. ໃນຊຸມປີຜ່ານມາ, ວົງເງິນສົ່ງອອກປາຈາ, ປາບາຊາ ຫວຽດນາມ ໄປຍັງ ອົດສະຕາລີ ໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ ແລະ ປາຈາ, ປາບາຊາ ໄດ້ກາຍເປັນໜຶ່ງໃນບັນດາເຍື່ອງອາຫານພິເສດ ແລະ ໄດ້ຮັບຄວາມນິຍົມບໍລິໂພກຈາກປະຊາຊົນ ອົດສະຕາລີ. ນັ້ນແມ່ນສິ່ງທີ່ພວກຂ້າພະເຈົ້າດີໃຈທີ່ສຸດ”.

ປີ 2020, ປາຈາ, ປາບາຊາຂອງ ຫວຽດນາມ ກວມເອົາ 97,5% ອັດຕາສ່ວນຕະຫຼາດຢູ່ ອົດສະຕາລີ ດ້ວຍມູນຄ່າສົ່ງອອກເກືອບ 18 ລ້ານ USD.

ຫວຽດງາ - ນັກຂ່າວ VOV ປະຈຳ ອົດສະຕາລີ.


ຕອບກັບ

ຂ່າວ/ບົດ​ອື່ນ