ປາຈາ ຫວຽດນາມ ພິຊິກຕະຫຼາດໄດ້ຢູ່ກວ່າ 140 ແຫ່ງ

(VOVWORLD) -ປະຈຸບັນ, ປາຈາ ຂອງ ຫວຽດນາມ ໄດ້ສົ່ງໄປຂາຍຢູ່ຫຼາຍຕະຫຼາດຄື: ອາເມລິກາ, ສະຫະພາບເອີລົບ, ຍີ່ປຸ່ນ…
ປາຈາ ຫວຽດນາມ ພິຊິກຕະຫຼາດໄດ້ຢູ່ກວ່າ 140 ແຫ່ງ - ảnh 1(ພາບປະກອບ: VGP)

        ປີ 2022, ປາຈາ ຫວຽດນາມ ໄດ້ພິຊິກຕະຫຼາດໄດ້ກວ່າ 140 ແຫ່ງໃນໂລກ. ບົດລາຍງານຂະແໜງສິນຄ້າປາຈາ ເຊິ່ງສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (Vasep) ກໍ່ປະກາດການຄາດຄະເນໃນສະພາບທີ່ແຫຼ່ງສະໜອງຊີ້ນປາຂາວຊະນິດຕ່າງໆໃນປີ 2023 ຫຼຸດລົງ ແລະ ທ່າອ່ຽງລາຄາຊີ້ນປາຂາວເພີ່ມຂຶ້ນຢ່າງແຮງ, ປາຈາ ຫວຽດນາມ ຍັງມີກາລະໂອກາດໃນປີ 2023. ຕາມການສະຖິຕິຂອງ Vasep ໃຫ້ຮູ້ວ່າ, ໃນວົງເງິນສົ່ງອອກແຕ່ 1,5 – 2,4 ຕື້ USD/ປີ ນັ້ນ, ປາຈາ ກວມເອົາ 16-26% ຍອດມູນຄ່າສົ່ງອອກສິນໃນນ້ຳຂອງ ຫວຽດນາມ. ປະຈຸບັນ, ປາຈາ ຂອງ ຫວຽດນາມ ໄດ້ສົ່ງໄປຂາຍຢູ່ຫຼາຍຕະຫຼາດຄື: ອາເມລິກາ, ສະຫະພາບເອີລົບ, ຍີ່ປຸ່ນ…

ຕອບກັບ

ຂ່າວ/ບົດ​ອື່ນ