ປາຣີ ເປັນເຈົ້າພາບຈັດຕັ້ງ Olympics 2024 ຢ່າງເປັນທາງການ

(VOVWORLD) - ນະຄອນຫລວງ ປາຣີ ຂອງ ຝະຣັ່ງ ໄດ້ຮັບການມອບໝາຍສິດ ເປັນເຈົ້າພາບຈັດຕັ້ງງານມະຫາກຳກິລາລະດູຮ້ອນ 2024 ຢ່າງເປັນທາງການ. 
ປາຣີ ເປັນເຈົ້າພາບຈັດຕັ້ງ Olympics 2024 ຢ່າງເປັນທາງການ - ảnh 1 (ພາບປະກອບ)

ຂໍ້ຕົກລົງນີ້ ເຊິ່ງຄະນະກຳມະການ Olympics ສາກົນ - IOC ປະກາດໃນກອງປະຊຸມຢູ່ນະຄອນຫລວງ ລີມາ ຂອງປະເທດ ເປຣູ ໃນວັນທີ 13 ກັນຍາ. ດ້ວຍເລື່ອງໄດ້ຮັບທວນໄຟ Olympics 24 ຢ່າງເປັນທາງການ, ນະຄອນຫລວງ ປາຣີ ຂອງປະເທດ ຝະຣັ່ງ ຈະແມ່ນຄັ້ງທີ 2 ເປັນເຈົ້າພາບຈັດຕັ້ງງານມະຫາກຳກິລາໃຫຍ່ສຸດໂລກນີ້, ກົງກັບ 100 ປີພາຍຫລັງຈັດຕັ້ງ Olympics ຄັ້ງທຳອິດຢູ່ ຝະຣັ່ງ ໃນປີ 1924. ສຳລັບປະເທດ ຝະຣັ່ງ, ເຫດການນະຄອນຫລວງ ປາຣີ ເປັນເຈົ້າພາບຈັດຕັ້ງ Olympics 24 ໄດ້ກໍ່ຄວາມໂຕ້ຖຽງກັນຫລາຍຢ່າງໃນເວທີການເມືອງ ແລະ ຫາງສຽງ ຝະຣັ່ງ ໃນໄລຍະຜ່ານມາ. ບັນດາຜູ້ສະໜັບສະໜູນຖືວ່າ ເລື່ອງເປັນເຈົ້າພາບຈັດຕັ້ງເຫດການ Olympics ຈະແມ່ນກາລະໂອກາດດີ ເພື່ອໃຫ້ ປາຣີ ລົງທຶນເຂົ້າພື້ນຖານໂຄງລ່າງ. ເຖິງຢ່າງໃດກໍ່ຕາມ, ຝ່າຍຄັດຄ້ານພັດຖືວ່າ: Olympics 2024 ຈະແມ່ນໂຄງການສິ້ນເປືອງຈຳນວນເງິນຫລາຍ, ບໍ່ມີປະສິດທິຜົນ ແລະ ບໍ່ເປັນມິດກັບສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ