ປ່າສະຫງວນແຫ່ງຊາດ ຮ່ວາງລຽນເຊີນ ນອນໃນ TOP 28 ສະຖານທີ່ດູດດື່ມທີ່ສຸດໃນປີ 2019

(VOVWORLD) - ປ່າສະຫງວນແຫ່ງຊາດ ຮ່ວາງລຽນເຊີນ ມີເນື້ອທີ່ 28.000 ເຮັກຕາ ຂຶ້ນກັບສອງແຂວງ ລາວກາຍ ແລະ ລາຍເຈົາ, ໄດ້ຮັບຖືວ່າແມ່ນໜຶ່ງໃນຈຳນວນເຂດນິເວດທຳມະຊາດໃຫຍ່ທີ່ສຸດຢູ່ເຂດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ
ປ່າສະຫງວນແຫ່ງຊາດ ຮ່ວາງລຽນເຊີນ ນອນໃນ TOP 28 ສະຖານທີ່ດູດດື່ມທີ່ສຸດໃນປີ 2019 - ảnh 1 ພາບປະກອບ

ວາລະສານ National Geographic (ປະເທດ ອາເມລິກາ) ໄດ້ຄັດເລືອກ ປ່າສະຫງວນແຫ່ງຊາດ ຮ່ວາງລຽນເຊີນ ຂອງ ຫວຽດນາມ ນອນໃນ TOP 28 ສະຖານທີ່ດູດດື່ມທີ່ສຸດໃນໂລກປີ 2019. ໂດຍໄດ້ຮັບການສ້າງຕັ້ງໃນປີ 2002, ປ່າສະຫງວນແຫ່ງຊາດ ຮ່ວາງລຽນເຊີນ ມີເນື້ອທີ່ 28.000 ເຮັກຕາ ຂຶ້ນກັບສອງແຂວງ ລາວກາຍ ແລະ ລາຍເຈົາ, ໄດ້ຮັບຖືວ່າແມ່ນໜຶ່ງໃນຈຳນວນເຂດນິເວດທຳມະຊາດໃຫຍ່ທີ່ສຸດຢູ່ເຂດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ. ປ່າສະຫງວນແຫ່ງຊາດ ຮ່ວາງລຽນເຊີນ ມີສັດ 550 ປະເພດ, ພືດກ່ວາ 2.800 ປະເພດ, ໃນນັ້ນມີພືດ, ສັດຫາຍາກຫຼາຍປະເພດທີ່ໄດ້ຖືກຈົດບັນທືກໃນປື້ມປົກແດງ ຫວຽດນາມ. ປີ 2006, ປ່າສະຫງວນແຫ່ງຊາດ ຮ່ວາງລຽນເຊີນ ກາຍເປັນມໍລະດົກຂອງ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ