ປ່າສະຫງວນແຫ່ງຊາດບ໋າຍຕືລອງແມ່ນສວນມໍລະດົກທີ38ຂອງອາຊຽນ

(VOVWORLD) - ປ່າສະຫງວນແຫ່ງຊາດ ບ໋າຍຕືລອງ ( ກວາງນິງ ) ໄດ້ກາຍເປັນປ່າມໍລະດົກທີ 38 ຂອງອາຊຽນຢ່າງເປັນທາງການ.

ປ່າສະຫງວນແຫ່ງຊາດບ໋າຍຕືລອງແມ່ນສວນມໍລະດົກທີ38ຂອງອາຊຽນ - ảnh 1 ປ່າສະຫງວນແຫ່ງຊາດບ໋າຍຕືລອງແມ່ນສວນມໍລະດົກທີ38ຂອງອາຊຽນ

(ພາບ: thethaovanhoa.vn)

ພິທີມອບຮັບນາມມະຍົດ ປ່າມໍລະດົກ ໄດ້ຈັດຕັ້ງໃນວັນທີ 19 ພຶດສະພາ ຢູ່ນະຄອນຮ້າລອງ ( ກວາງນິງ ) ໂດຍກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ໂຄງການພັດທະນາຂອງສະຫະປະຊາຊາດ ( UNDP ) ແລະ ຄະນະກຳມະການປະຊາຊົນແຂວງກວາງນິງຈັດຕັ້ງ ພ້ອມກັບພິທີສະເຫຼີມສະຫຼອງວັນສາກົນກ່ຽວກັບຊີວະນາໆພັນ ( 22/5 ), ວັນນົກອົບພະຍົບໂລກ ( 10/5 )

        ໂຄງການປ່າມໍລະດົກອາຊຽນ ແມ່ນໜຶ່ງໃນບັນດາຂໍ້ລິເລີ່ມຂອງກຸ່ມປະຕິບັດງານອາຊຽນ ກ່ຽວກັບການອານຸລັກຮັກສາທຳມະຊາດ ແລະ ຊີວະນາໆພັນ, ໄດ້ຮັບການຜັນຂະຫຍາຍປະຕິບັດມາແຕ່ປີ 2002. ປ່າສະຫງວນແຫ່ງຊາດບ໋າຍຕືລອງ ກາຍເປັນປ່າສະຫງວນແຫ່ງຊາດທີ 6 ຂອງຫວຽດນາມ ແລະ ທີ 38 ຂອງອາຊຽນ ເພາະມັນໄດ້ລວບລວມເອົາ 6 ມາດຕະຖານຢ່າງຄົບຖ້ວນ: ລັກສະນະຊີວະພາບຢ່າງຄົບຊຸດ, ລັກສະນະເປັນຕົວແທນ, ລັກສະນະທຳມະຊາດ, ລັກສະນະອານຸລັກຮັກສາສູງ, ແຜນການຄຸ້ມຄອງ, ການອານຸລັກຮັກສາ ແລະ ລັກສະນະກົດໝາຍ. ກ່ອນໜ້ານັ້ນ, ຫວຽດນາມມີ ປ່າສະຫງວນແຫ່ງຊາດ 5 ແຫ່ງ ໄດ້ຮັບການຮັບຮອງວ່າ ເປັນປ່າມໍລະດົກອາຊຽນ ເຊິ່ງລວມມີ: ບາແບ່, ຮວ່າງລຽນ, ກອນກາກິງ, ຈືມອມໄຣ ແລະ ອູມິງເທື້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ