ປາແລດສຕີນ ສະເໜີ ເງື່ອນໄຂແກ່ຍາວ ການເຈລະຈາກັບ ອິດສຣາແອນ

ປາແລດສຕີນ ສະເໜີ ເງື່ອນໄຂແກ່ຍາວ ການເຈລະຈາກັບ ອິດສຣາແອນ - ảnh 1
ທ່ານ​ປະທານ​ນາ​ທິບໍດີ ປາ​ແລດ​ສຕິນ Mahmoud Abass
(ພາບ: vietnamplus.vn)


(vovworld) - ທ່ານ​ປະທານ​ນາ​ທິບໍດີ ປາ​ແລດ​ສຕິນ Mahmoud Abass ຖະ​ແຫຼ​ງວ່າ ປາ​ແລດ​ສຕິນ ຈະແກ່ຍາວເວລາ​ໃຫ້​ແກ່​ບັນດາ​ການ​ເຈລະຈາ​ເມື່ອ​ອິດສຣາ​ແອນ ຢຸດຕິ​ການ​ກໍ່ສ້າງ​ບັນດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ ​ແລະ ປ່ອຍ​ຕົວ​ນັກ​ໂທດ​ປາ​ແລດ​ສຕິນ ຕື່ມ​ອີກ. ​ໃນ​ການ​ພົບ​ປະ​ກັບ​ຫົວໜ້າ​ພັກ Meretz ຂອງ​ອິດສຣາ​ແອນ Zahava Gal on ທີ່ Ramallah ​ເມື່ອ​ວັນ​ທີ 03/03, ທ່ານ​ປະທານ​ນາ​ທິບໍດີ Abass ​ເນັ້ນ​ໜັກ​ວ່າ ​ໃນ​ກໍລະນີ​ຂໍ້​ຕົກລົງ​ລວມກັບ​ອາ​ເມ​ລິ​ກາ ບໍ່​ແກ້​ໄຂ​ໄດ້​ບັນດາ​ບັນຫາສຳຄັນຢ່າງ​ສົມ​ເຫດ​ສົມ​ພົນ, ປາ​ແລດ​ສຕິນ ຈະ​ຢຸດຕິ​ການ​ເຈລະຈາ​ກັບ​ອິດສຣາ​ແອນ ​ແລະ ຫັນ​ໄປ​ສູ່ສະ​ແຫວ​ງຫາ​ບັນດາ​ອົງການ​ສາກົນ​ເພື່ອ​ຊອກ​ຫາ​ຄວາມ​ຮັບ​ຮູ້​ເປັນ​ລັດ​ປາ​ແລດ​ສຕິນ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ການ​ພົບ​ປະ, ທ່ານ​ປະທານ​ຄະນະ​ກຳມະການ​ເຈລະຈາ​ຂອງ​ປາ​ແລດ​ສຕິນ Mohamed Mafani ​ໃຫ້​ຮູ້​ວ່າ ການ​ເຈລະຈາ​ຖືກ​ດຳ​ເນີນ​ໄປ​ບົນ​ພື້ນຖານ​ຄວາມ​ຮັບ​ຮູ້​ຮອບດ້ານ​ກ່ຽວ​ກັບ​ບັນຫາ​ສັນຕິພາບ​ຢູ່ທິດຕາ​ເວັນ​ອອກ​ກາງ, ພ້ອມ​ທັງ​ກ່າວ​ເຕື່ອນວ່າ ບໍ່​ວ່າການ​ປະ​ລາ​ໄ​ຊ​ໃດໆ​ໃນ​ການ​ເຈລະຈາ ຈະ​ນຳພາ​ກພື້ນ​ກ້າວ​ໄປເຖິງ​ອະນາຄົດ​ທີ່​ຂາດ​ສະຖຽນ​ລະ​ພາບ. ທ່ານ Madani ກໍ່​ຮຽກຮ້ອງ​ໃຫ້​ບັນດາ​ການ​ນຳ​ອິດສຣາ​ແອນ ສະ​ແດງ​ບົດບາດ​ຕັ້ງໜ້າ​ກວ່າ​ອີກ ​ເພື່ອ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ໃນ​ວິວັດ​ການ​ເຈລະຈາ, ຢືນຢັນ​ປາ​ແລດ​ສຕິນ ບໍ່​ເຊື່ອ​ໝັ້ນ​ຝ່າຍຂວາ​ຈັດ​ຢູ່​ອິດສຣາ​ແອນ.

        ​ໃນ​ຂະນະ​ນັ້ນ, ອາ​ເມ​ລິ​ກາ​ ຮຽກຮ້ອງ​ໃຫ້​ ອິດສຣາ​ແອນ ຕ້ອງ​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ​ກວ່າໃນ​ການ​ເຈລະຈາ​ສັນຕິພາບຢູ່ຕາ​ເວັນ​ອອກ​ກາງ. ກ່າວ​ຄຳ​ເຫັນທີ່​ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີອິດສຣາ​ແອນ Benjamin Netanyahu, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຢືນຢັນ​ຈະ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ຕັ້ງ 2 ລັດ ອິດສຣາ​ແອນ ​ແລະ ປາ​ແລດ​ສຕິນ ​​ເອກກະລາດ. ​ແຕ່​ທ່ານ​ປະທານາທິບໍດີ​ກໍ່​ຍອມ​ຮັບ​ວ່າ ວິວັດທະນາ​ການ​ເຈລະຈາ​ພວມ​ດຳ​ເນີນ​​ໄປ​ລະຫວ່າງ 2 ຝ່າຍ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ.

ຂ່າວ/ບົດ​ອື່ນ