ປາ​ແລັດ​ສະ​ຕິນ ກ່າວ​ຫາ​ກອງ​ທັບ ອິດ​ສະ​ລາ​ແອັນ ລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ

(VOVWORLD) - ສື່ມວນຊົນ ປາແລັດສະຕິນ ໄດ້ກ່າວປະນາມບັນດາເຫດບຸກໂຈມຕີຂອງກອງທັບອິດສະລາແອັນ, ຖືນີ້ແມ່ນການລະເມີດຄຳສັ່ງຢຸດຍິງຕາມຂໍ້ຕົກລົງຢຸດຍິງເປັນເວລາ 4 ວັນ ທີ່ມີຜົນສັກສິດຢູ່ເຂດ Gaza ນັບແຕ່ວັນທີ 24 ພະຈິກ

ວັນທີ 26 ພະຈິກ, ກອງທັບ ອິດສະລາແອັນ ໄດ້ລະເມີດຄຳສັ່ງຢຸດຍິງທີ່ພວມມີຜົນສັກສິດ ຢູ່ ເຂດ Gaza ເປັນສອງຄັ້ງ. ສຳນັກຂ່າວສານ ປາແລັດສະຕິນ ແລະ ອົງການຊີກວົງເດືອນແດງ ປາແລັດສະຕິນ ໄດ້ກ່າວຫາເຮືອບິນບໍ່ມີຄົນຂັບ ຂອງກອງທັບ ອິດສະລາແອັນ ໄດ້ບຸກໂຈມຕີ ຟາມແຫ່ງໜຶ່ງ ຢູ່ ພາກກາງເຂດ Gaza ໄດ້ເຮັດໃຫ້ຊາວກະສິກອນຄົນໜຶ່ງ ເສຍຊີວິດ ແລະ ຄົນໜຶ່ງຖືກຮັບບາດເຈັບ. ນາຍທະຫານ ອິດສະລາແອັນ ໄດ້ຍິງປືນໃສ່ໂຮງໝໍ Quds ແລະ ໂຮງໝໍ ອິນໂດເນເຊຍ ຢູ່ທາງທິດເໜືອເຂດ Gaza, ເຮັດໃຫ້ສາມັນຊົນ 7 ຄົນຖືກຮັບບາດເຈັບ. ສື່ມວນຊົນ ປາແລັດສະຕິນ ໄດ້ກ່າວປະນາມບັນດາເຫດບຸກໂຈມຕີຂອງກອງທັບອິດສະລາແອັນ, ຖືນີ້ແມ່ນການລະເມີດຄຳສັ່ງຢຸດຍິງຕາມຂໍ້ຕົກລົງຢຸດຍິງເປັນເວລາ 4 ວັນ ທີ່ມີຜົນສັກສິດຢູ່ເຂດ Gaza ນັບແຕ່ວັນທີ 24 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ